ການເຄື່ອນໄຫວຕ່າງໆ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ 26/03
(ງານພົບປະແລກປ່ຽນໄວໜຸ່ມແບບຢ່າງດີເດັ່ນຫວຽດນາມ ປີ 2013)
(vovworld) - ຕອນຄໍ່າວັນທີ 21/03, ຢູ່ຮ່າໂນ້ຍ, ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ, ກອງທຶນໜູນຊ່ວຍໄວໜຸ່ມທີ່ມີຄວາມເກັ່ງກ້າສາມາດຫວຽດນາມ, ໂທລະພາບຫວຽດນາມ ແລະ ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ໄດ້ສົມທົບກັນຈັດຕັ້ງງານພົບປະແລກປ່ຽນໄວໜຸ່ມແບບຢ່າງດີເດັ່ນຫວຽດນາມ ປີ 2013 ດ້ວຍຫົວຂໍ້ວ່າ “ຄວາມມຸ່ງຫວັງຫວຽດນາມ - ອະນາຄົດຫວຽດນາມ”. ທີ່ການພົບປະແລກປ່ຽນ, ໄວໜຸ່ມທີ່ດີເດັ່ນຫວຽດນາມ ປີ 2013 10ຄົນ ແລະ ໄວໜຸ່ມທີ່ມີແງ່ຫວັງປີ 2013 10 ຄົນ ໄດ້ຮັບໄປຍ້ອງຍໍຂອງສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ.
ໃນໂອກາດນີ້, ແຂວງ ຫາຍເຢືອງ ແລະ ນະຄອນຮ່າໂນ້ຍ ກໍ່ໄດ້ຈັດພິທີຍ້ອງຍໍບັນດາເລຂາຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ທີ່ດີເດັ່ນ. ໄວໜຸ່ມກຸ່ມອົງການຕ່າງໆແຂວງກວາງບິ່ງ ແລະ ເບ໋ນແຈ ໄດ້ປຸກລະດົມຂະບວນການກໍ່ສ້າງບັນດາກິດຈະກຳຊາວໜຸ່ມປີ 2014.
ສ່ວນຢູ່ນະຄອນຫຼວງວຽງຈັນ, ຊາວໜຸ່ມກອມມູນິດໂຮ່ຈິມິນ ຢູ່ມະຫາວິທະຍາໄລແຫ່ງຊາດລາວ ໄດ້ຈັດການງານປະກວດ “ນັກສຶກສາສຸພາບ ປີ 2014”, ເຊິ່ງໄດ້ເປີດທິດເຄື່ອນໄຫວໃໝ່ໃນວຽກງານຊາວໜຸ່ມ ຂອງນັກສຶກສາຫວຽດນາມ ທີ່ພວມຮໍ່າຮຽນ ຢູ່ລາວ.