ການເຄື່ອນໄຫວຕ່າງໆຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢູ່ ຝລັ່ງ

(VOVWORLD) - ທ່ານເລຂາທິການໃຫຍ່ ຫວຽດນາມ ແລະ ທ່ານນາຍົກລັດຖະມົນຕີ ຝລັ່ງ ເຫັນດີເປັນເອກະສັນຕັດສິນໃຈນຳການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນໃຫ້ ພັດທະນາເຂັ້ມແຂງກ່ວາອີກ ເພື່ອສົມກັບການພົວພັນດ້ານການເມືອງ, ວັດທະນະທຳ
ການເຄື່ອນໄຫວຕ່າງໆຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢູ່ ຝລັ່ງ - ảnh 1 ທ່ານ ຫງວຽນຟູ໋ຈ້ອງ ແລະ ທ່ານ Edouard Philippe

ໃນຂອບເຂດການຢ້ຽມຢາມ ສ ຝລັ່ງ ຢ່າງເປັນທາງການ, ຕອນບ່າຍວັນທີ 26 ມີນາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ມີການພົບປະກັບທ່ານນາຍົກລັດຖະມົນຕີ ຝລັ່ງ Edouard Philippe. ນະທີ່ນີ້, 2 ຝ່າຍຢືນຢັນຄວາມປາດຖະໜາເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດໃນໄລຍະໃໝ່ໃຫ້ເລິກເຊິ່ງກ່ວາອີກ…

        ທ່ານເລຂາທິການໃຫຍ່ ຫວຽດນາມ ແລະ ທ່ານນາຍົກລັດຖະມົນຕີ ຝລັ່ງ ເຫັນດີເປັນເອກະສັນຕັດສິນໃຈນຳການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນໃຫ້ ພັດທະນາເຂັ້ມແຂງກ່ວາອີກ ເພື່ອສົມກັບການພົວພັນດ້ານການເມືອງ, ວັດທະນະທຳ ແລະ ຄວາມສາມາດບົ່ມຊ້ອນຍັງໃຫຍ່ຫຼວງຂອງ 2 ປະເທດ. ທ່ານນາຍົກລັດຖະມົນຕີ ຝລັ່ງ ຢືນຢັນວ່າ ລັດຖະບານ ຝລັ່ງ ຈະຊຸກຍູ້ຜັນຂະຫຍາຍປະຕິບັດບັນດາໂຄງການ, ຂໍ້ຕົກລົງລະຫວ່າງ 2 ຝ່າຍຢ່າງມີປະສິດທິຜົນ, ສົ່ງເສີມ ແລະ ສ້າງເງື່ອນໄຂສະດວກໃຫ້ບັນດາທ້ອງຖິ່ນ ແລະ ວິສາຫະກິດ ຝລັ່ງ ເປີດກ້ວາງການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດກັບ ຫວຽດນາມ, ຫວັງວ່າ ລັດຖະບານ ຫວຽດນາມ ຈະສ້າງເງື່ອນໄຂໃຫ້ແກ່ວິສາຫະກິດ ຝລັ່ງ ລົງທຶນຢູ່ ຫວຽດນາມ. ທ່ານເລຂາທິການໃຫຍ່ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ຝລັ່ງ ເຂົ້າມາລົງທຶນຢູ່ ຫວຽດນາມ ເພື່ອໃຫ້ ຝລັ່ງ ເຂົ້າຮ່ວມຢ່າງເລິກເຊິ່ງກ່ວາເຂົ້າວິວັດການຫັນເປັນປະເທດອຸດສາຫະກຳ, ທັນສະໄໝຂອງ ຫວຽດນາມ ແລະ ພ້ອມແລ້ວເປັນຂົວເຊື່ອມຕໍ່ເພື່ອໃຫ້ບັນດາວິສາຫະກິດ ຝລັ່ງ ສຳຜັດກັບຕະຫຼາດ ອາຊຽນ ແລະ ບັນດາປະເທດສະມາຊິກຂອງສັນຍາຄູ່ຮ່ວມມືການຄ້າກ້າວໜ້າຂ້າມປາຊີຟິກ (CPTPP).

        ແລະ ກໍ່ໃນວັນດຽວກັນ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຕ້ອນຮັບທ່ານປະທານສະພາສູງ ຝລັ່ງ Gerard Larcher ແລະ ປະທານສະພາແຫ່ງຊາດ Francois De Rugy.  

ຕອບກັບ

ຂ່າວ/ບົດ​ອື່ນ