ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງປະທານປະເທດ ເຈີ່ນດ້າຍກວາງ ຢູ່ສະຫະພັນລັດເຊຍ

(VOVWORLD) - ຕອນຄ່ຳວັນທີ 28 ມິຖຸນາ, ຢູ່ນະຄອນຫຼວງ ມົດສະກູ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ພັນລະຍາ ມີການພົບປະກັບຜູ້ຕາງໜ້າປະຊາຄົມ, ວິສາຫະກິດ ແລະ ນັກສຶກສາ ຫວຽດນາມ ພວມດຳລົງຊີວິດ, ດຳເນີນທຸລະກິດ ແລະ ຮ່ຳຮຽນຢູ່ສະຫະພັນລັດເຊຍ. 
ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງປະທານປະເທດ ເຈີ່ນດ້າຍກວາງ ຢູ່ສະຫະພັນລັດເຊຍ - ảnh 1 ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານນາງ Valentina Matvienko, ປະທານສະຫະພັນລັດເຊຍ 

ນະທີ່ນີ້, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢືນຢັນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດ ຍາມໃດກໍ່ຖືປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດເປັນສຳຄັນ, ເປັນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກຊາດ ຫວຽດນາມ ໄດ້, ຍາມໃດກໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຄົມຊາວ ຫວຽດນາມ ດຳລົງຊີວິດເປັນປົກກະຕິ, ເຊື່ອມຕົວເຂົ້າກັບສັງຄົມປະເທດປະຈຳຖິ່ນ, ຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳຂອງຊາດ, ອ່ວາຍໜ້າເມືອຫາບ້ານເກີດເມືອງນອນ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ຫວັງວ່າ ພໍ່ແມ່ປະຊາຊົນສືບຕໍ່ມູນເຊື້ອຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຮັກສາສີສັນຊາດ ແລະ ພາສາ ຫວຽດ… ທ່ານປະທານປະເທດ ກໍ່ສະເໜີໃຫ້ສະຖານທູດ ຫວຽດນາມ ປະຈຳ ສະຫະພັນລັດເຊຍ ຊ່ວຍເຫຼືອພໍ່ແມ່ປະຊາຊົນແກ້ໄຂສິ່ງຕິດຂັດໃນບັນຫາຢູ່ອາໄສ, ທຳມາຫາກິນ, ດຳເນີນທຸລະກິດ, ສ້າງປະຊາຄົມນັບມື້ນັບສະຖຽນລະພາບ ແລະ ພັດທະນາ, ສວມບົດບາດເປັນຂົວຕໍ່ໃຫ້ແກ່ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ ແລະ ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ -ລັດເຊຍ.

ທ່ານປະທານປະເທດ ເຈີ່ນດ້າຍກວາງ ພົບປະກັບປະທານສະພາສະຫະພັນລັດເຊຍ

       ຕອນບ່າຍວັນທີ 28 ມິຖຸນາ, ຢູ່ນະຄອນຫຼວງ ມົດສະກູ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ພົບປະກັບທ່ານນາງ Valentina Matvienko, ປະທານສະຫະພັນລັດເຊຍ (ສະພາສູງ). ທີ່ການພົບປະ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢືນຢັນວ່າ: ຫວຽດນາມ ຖືເປັນສຳຄັນ ແລະ ບຸລິມະສິດປັບປຸງ, ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບສະຫະພັນລັດເຊຍ ບົນພື້ນຖານມິດຕະພາບທີ່ເປັນມູນເຊື້ອຢ່າງແໜ້ນແຟ້ນ, ເອົາໃຈໃສ່ພັດທະນາການຮ່ວມມືຢ່າງມີປະສິດທິຜົນ, ແທດຈິງລະຫວ່າງ 2 ປະເທດໃນທຸກຂົງເຂດ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ເຊື່ອໝັ້ນວ່າ ໃນຖານະຕຳແໜ່ງຄືປະຈຸບັນ, ທ່ານນາງປະທານສະຫະພັນລັດເຊຍ Valentina Matvienko ຈະສືບຕໍ່ປັບປຸງ ແລະ ເພີ່ມທະວີການຮ່ວມມືລະຫວ່າງສະພາສະຫະພັນລັດເຊຍ ແລະ ສະພາແຫ່ງຊາດ ຫວຽດນາມ ເວົ້າສະເພາະ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ສະຫະພັນລັດເຊຍ ເວົ້າລວມ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານນາງ Valentina Matvienko ຫວັງວ່າ: 2 ປະເທດຈະມີບັນດາບາດກ້າວຫັນປ່ຽນຢ່າງແຮງໃນການຮ່ວມມືເພື່ອບັນລຸໄດ້ວົງເງິນການຄ້າ 2 ຝ່າຍ 10 ຕື້ USD ໃນປີ 2020, ເພີ່ມທະວີການຮ່ວມມືໃນບັນດາຂົງເຂດຄື: ພະລັງງານ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ… ແລະ ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນທີ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນໃນປີ APEC ຫວຽດນາມ 2017.

ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງປະທານປະເທດ ເຈີ່ນດ້າຍກວາງ ຢູ່ສະຫະພັນລັດເຊຍ - ảnh 2ທ່ານປະທານປະເທດ ເຈີ່ນດ້າຍກວາງ ພົບປະກັບສະມາຄົມ ມິດຕະພາບ ລັດເຊຍ - ຫວຽດນາມ

ສະຫະພັນລັດເຊຍ ແມ່ນເພື່ອນມິດທີ່ໜ້າໄວ້ເນື້ອເຊື່ອໃຈຂອງ ຫວຽດນາມ

       ກໍ່ໃນຕອນບ່າຍວັນທີ 28 ມິຖຸນາ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ມີການພົບປະກັບສະມາຄົມມິດຕະພາບ ລັດເຊຍ - ຫວຽດນາມ ແລະ ສະມາຄົນນັກຮົບເກົ່າ ລັດເຊຍ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຖືວ່າ: ດ້ວຍບັນດານ້ຳໃຈ ແລະ ວຽກງານທີ່ລະອຽດ, ສະມາຄົມມິດຕະພາບ ລັດເຊຍ - ຫວຽດນາມ ຍາມໃດກໍ່ຮ່ວມເດີນທາງພ້ອມກັບ ຫວຽດນາມ, ປະກອບສ່ວນສຳຄັນເຂົ້າໃນການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ:

        “ການຢ້ຽມຢາມຄັ້ງນີ້ຂອງຂ້າພະເຈົ້າ ແລະ ຜູ້ແທນຂັ້ນສູງຂອງພັກ, ລັດ ຫວຽດນາມ ເຖິງສະຫະພັນ ລັດເຊຍ ຄັ້ງນີ້, ຄຽງຄູ່ການຊຸກຍູ້ການພົວພັນດ້ານການເມືອງທີ່ໜ້າໄວ້ເນື້ອເຊື່ອໃຈ ແລະ ດີງາມນັ້ນ, ພວກຂ້າພະເຈົ້າ ແລະ ບັນດາການນຳ ລັດເຊຍ ສືບຕໍ່ປຶກສາຫາລື ມາດຕະການລະອຽດເພື່ອເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ ແລະ ສະຫະພັນລັດເຊຍ ໄດ້ເພີ່ມທະວີ, ປັບປຸງ ແລະ ນັບມື້ນັບກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນ. ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ຢູ່ໃນໂລກ.”

ໃນຂອບເຂດການຢ້ຽມຢາມລັດເຊຍຢ່າງເປັນທາງການ, ຕອນເຊົ້າວັນທີ 29 ມິຖຸນາ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ໄປຖະຫວາຍດອກໄມ້ຢູ່ສະຫນາມຫລວງ ໂຮ່ຈິມີນ. ຫລັງຈາກນັ້ນ ທ່ານປະທານປະເທດ ໄດ້ປູກຕົ້ນໄມ້ໃນບໍລິເວນສະຫນາມຫລວງ ໂຮ່ຈີມີນ. ແລະກໍ່ໃນຕອນເຊົ້າວັນດຽວກັນ ທ່ານປະທານປະເທດເຈີນດ້າຍກວາງ ເຂົ້າຢ້ຽມສຸສານ ເລນີນ ແລະ ວາງພວງມາລາຕໍ່ອະນຸສາວາລີນັກຮົບວິລະຊົນນີລະນາມ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ