(vovworld) - ຕອນຄ່ຳວັນທີ 24/11, ທ່ານປະທານປະເທດ ເຈືອງເຕີນຊາງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຮອດສະໜາມບິນ Berlin Tegel, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດເຖິງສາທາລະນະລັດສະຫະພັນເຢຍລະມັນ, ຕາມຄຳເຊີນຂອງທ່ານປະທານາທີບໍດີ Joachim Gauck, ໃນລະຫວ່າງວັນທີ 24 – 26/11.
ພາຍຫຼັງມາຮອດ Berlin, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ມີການພົບປະກັບບັນດາເພື່ອນມິດເຢຍລະມັນ. ທີ່ການພົບປະ, ທ່ານປະທານປະເທດ ຖືວ່າ, ການພົວພັນລະຫວ່າງຫວຽດນາມ - ເຢຍລະມັນ ພວມພັດທະນາຢ່າງດີງາມໃນທຸກຂົງເຂດ. ການພົວພັນດ້ານການເມືອງ - ການທູດ ນັບມື້ນັບໄດ້ຮັບການປັບປຸງ ດ້ວຍຄວາມໄວ້ເນື້ອເຊື່ອໃຈຢ່າງສູງ; ການຮ່ວມມືດ້ານເສດຖະກິດໄດ້ມີບັນດາບາດກ້າວພັດທະນາບຸກທະລຸ ແລະ ກາຍເປັນເສົ້າຄ້ຳຂອງການພົວພັນຄູ່ຮ່ວມມືຍຸດທະສາດ. ທ່ານປະທານປະເທດ ເຈືອງເຕີນຊາງ ຢືນຢັນວ່າ.
“ຍາມໃດພວກຂ້າພະເຈົ້າກໍຢືນຢັນວ່າ ປະເທດເຢຍລະມັນ ປະຈຸບັນແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຍິ່ງຂອງພວກຂ້າພະເຈົ້າຢູ່ເອີລົບ. ດ້ວຍມູນເຊື້ອການພົວພັນອັນດີງາມ, ຜ່ານບັນດາການຮ່ວມມືໃນປະຈຸບັນ, 2 ປະເທດໄດ້ຕົກລົງກ້າວໄປເຖິງການພົວພັນຄູ່ຮ່ວມມືຍຸດທະສາດ. ພວກຂ້າພະເຈົ້າປາດຖະໜາວ່າ, ບັນດາເພື່ອນຈະສືບຕໍ່ເພີ່ມພູນຄຸນສ້າງການພົວພັນຮ່ວມມືຍຸດທະສາດລະຫວ່າງເຢຍລະມັນ ແລະ ຫວຽດນາມ ເພື່ອໃຫ້ 2 ປະເທດພ້ອມກັນພັດທະນາ, ພ້ອມກັນມີຄວາມວັດທະນາຖາວອນ”.
ແລະກໍໃນວັນທີ 24/11, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ມີການພົບປະກັບປະຊາຄົມຊາວຫວຽດນາມ ແລະ ນັກສຶກສາຫວຽດນາມ ພວມດຳລົງຊີວິດ ແລະ ຮ່ຳຮຽນຢູ່ເຢຍລະມັນ. ທີ່ການໂອ້ລົມ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ເນັ້ນໜັກເຖິງບັນດາຜົນງານເຊິ່ງຫວຽດນາມ ຍາດມາໄດ້ ເຊິ່ງໄດ້ມີການປະກອບສ່ວນສຳຄັນຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ໃນນັ້ນມີປະຊາຄົມຊາວຫວຽດນາມ ອາໄສຢູ່ເຢຍລະມັນ. ທ່ານປະທານປະເທດ ຢືນຢັນວ່າ, ປະຊາຄົມຊາວຫວຽດນາມ ອາໄສຢູ່ເຢຍລະມັນ ແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກຊາດຫວຽດນາມ ໄດ້. ທ່ານປະທານປະເທດປາດຖະໜາວ່າ, ປະຊາຄົມຊາວຫວຽດນາມ ອາໄສຢູ່ເຢຍລະມັນ ເສີມຂະຫຍາຍນ້ຳໃຈສາມັກຄີ, ຊ່ວຍເຫຼືອເຊິ່ງກັນແລະກັນຢ່າງສຸດໃຈ, ຮັກສາມູນເຊື້ອ ແລະ ສີສັນວັດທະນະທຳຂອງຊາດໄວ້.