(VOVWORLD) -
ຕອນຄ່ຳວັນທີ 19 ພະຈິກ, ທີ່ຫໍປະຊຸມສະພາແຫ່ງຊາດ, ກຳມາທິການວັດທະນະທຳ, ການສຶກສາ, ຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນຂອງສະພາແຫ່ງຊາດໄດ້ຈັດການພົບປະສັງສັນສະມາຊິກສະພາແຫ່ງຊາດເຊິ່ງເປັນຄູອາຈານ, ພະນັກງານຄຸ້ມຄອງການສຶກສາ.
ເນື່ອງໃນໂອກາດວັນຄູ ຫວຽດນາມ ຄືວັນທີ 20 ພະຈິກ, ໃນຊຸມວັນຜ່ານມາ, ມີການເຄື່ອນໄຫວຕ່າງໆໄດ້ຮັບການຈັດຕັ້ງເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນເຖິງຄູອາຈານໃນທົ່ວປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະກັບບັນດາຄູອາຈານ, ພະນັກງານຄຸ້ມຄອງການສຶກສາທີ່ດີເດັ່ນ; ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຄູ ຫວຽດນາມ 20 ພະຈິກ ຢູ່ສະຖາບັນການເງິນ; ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຄູ ຫວຽດນາມ ຢູ່ ມະຫາວິທະຍາໄລ ທ໊າຍງວຽນ.
ຕອນຄ່ຳວັນທີ 19 ພະຈິກ, ທີ່ຫໍປະຊຸມສະພາແຫ່ງຊາດ, ກຳມາທິການວັດທະນະທຳ, ການສຶກສາ, ຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນຂອງສະພາແຫ່ງຊາດໄດ້ຈັດການພົບປະສັງສັນສະມາຊິກສະພາແຫ່ງຊາດເຊິ່ງເປັນຄູອາຈານ, ພະນັກງານຄຸ້ມຄອງການສຶກສາ.
ແລະກໍ່ໃນວັນດຽວກັນ, ທ່ານ ຫງວຽນທ້ຽນເຍີນ, ເລຂາຄະນະພັກນະຄອນໂຮ່ຈີມິນ ໄດ້ລົງຢ້ຽມຢາມ, ອວຍພອນ ແລະ ຢື້ຢາມຖາມຂ່າວ ຄູອາຈານປະຊາຊົນບາງທ່ານ.
ທີ່ນະຄອນ ດ່ານັ້ງ, ໃນວັນທີ 19 ພະຈິກ, ມະຫາວິທະຍາໄລ ດ່ານັ້ງ ໄດ້ຈັດຕັ້ງການຍ້ອງຍໍຊົມເຊີຍບັນດາໝູ່ຄະນະ, ບຸກຄົນມີຜົນງານດີເດັ່ນໃນສົກຮຽນ 2017 – 2018.
ກ່ອນໜ້ານັ້ນ, ຢູ່ຮ່າໂນ້ຍ, ພະແນກການສຶກສາ ແລະ ບຳລຸງສ້າງ ຮ່າໂນ້ຍ ໄດ້ຈັດຕັ້ງການສະເຫຼີມສະຫຼອງວັນຄູ ຫວຽດນາມ 20 ພະຈິກ, ຍ້ອງຍໍຊົມເຊີຍບັນດາແບບຢ່າງດີເດັ່ນ, ຄູອາຈານແບບຢ່າງດີເດັ່ນຂອງນະຄອນຫຼວງຮ່າໂນ້ຍ ແລະ ມອບລາງວັນ “ຄູອາຈານ ຮ່າໂນ້ຍ, ປະດິດຄິດສ້າງຢ່າງສຸດຈິດສຸດໃຈ” ຄັ້ງທີສອງ.