ການເຄື່ອນໄຫວຕ່າງໆທີ່ແທດຈິງເພື່ອສະແດງຄວາມຮູ້ບຸນຄຸນທະຫານເສຍອົງຄະ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ
(ພາບປະກອບ)
(vovworld) – ວັນທີ 22/07, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນວຽດຕ໋ຽນ ພ້ອມກັບຄະນະພະນັກງານກະຊວງສາທາລະນະສຸກ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍໜັກທີ່ພວມປິ່ນປົວຢູ່ສູນປິ່ນປົວບຳລຸງສຸຂະພາບທ້ວນແທ່ງ, ບັກນິງ. ທ່ານຮອງລັດຖະມົນຕີ ຫງວຽນວຽດຕ໋ຽນ ໄດ້ສະແດງອາລົມຈິດ ແລະ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ບັນດາການອຸທິດສ່ວນ ແລະ ການເສຍສະຫຼະຂອງທະຫານເສຍອົງຄະໃນການຕໍ່ຕ້ານຂອງຊາດ. ທ່ານຮອງລັດຖະມົນຕີ ຫງວຽນວຽດຕ໋ຽນ ກໍ່ສະເໜີໃຫ້ສູນປິ່ນປົວບຳລຸງສຸຂະພາບທ້ວນແທ່ງ ສົມທົບວຽກງານວິຊາສະເພາະ ກັບໂຮງໝໍສູນກາງກອງທັບ 108, ໂຮງໝໍເສນາຮັກ 103 ເພື່ອປິ່ນປົວໃຫ້ບັນດາທະຫານເສຍອົງຄະເປັນຢ່າງດີ. ເນື່ອງໃນໂອກາດນີ້, ກະຊວງສາທາລະນະສຸກໄດ້ມອບຈຳນວນເງິນ 30 ລ້ານດົງໃຫ້ແກ່ບັນດາທະຫານເສຍອົງຄະທີ່ພວມປິ່ນປົວຢູ່ສູນປິ່ນປົວບຳລຸງສຸຂະພາບທ້ວນແທ່ງ.
ແຂວງເຮົາຢາງ ກໍ່ໄດ້ຫັກເງິນຈາກງົບປະມານກວ່າ 3 ຕື້ດົງເພື່ອຢ້ຽມຢາມ ແລະ ມອບຂອງຂວັນໃຫ້ເປົ້າໝາຍນະໂຍບາຍ 30.000 ຄົນ, ແຕ່ລະພູດມີມູນຄ່າແຕ່ 100.000 – 300.000 ດົງ. ແຂວງ ບິ່ງເຟື໋ອກ ໄດ້ຈັດຕັ້ງຄະນະຜູ້ແທນ 10 ຄະນະເພື່ອໄປຢ້ຽມຢາມ, ມອບຂອງຂວັນໃຫ້ 50 ເປົ້າໝາຍດີເດັ່ນເຊິ່ງແມ່ນຄອບຄົວນະໂຍບາຍຢູ່ບັນດາເມືອງ, ຕາແສງ ແລະ ກວດ, ປິ່ນປົວພະຍາດໂດຍບໍ່ເສຍຄ່າໃຫ້ເກືອບ 200 ເປົ້າໝາຍເຊິ່ງແມ່ນຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີ. ຂະແໜງສາທາລະນະສຸກຮ່າໂນ້ຍ ໄດ້ສົມທົບກັບຄະນະເສນາຮັກ ແລະ ການແພດປະຊາຊົນນະຄອນ ຈັດຕັ້ງການກວດ, ປິ່ນປົວພະຍາດໃຫ້ 5.000 ເປົ້າໝາຍນະໂຍບາຍຢູ່ 30 ຕາແສງ ແລະ ສູນບຳລຸງສຸຂະພາບທະຫານບາດເຈັບໜັກຮ່າໂນ້ຍ.
ງານບຸນພາວະນາຂໍໃຫ້ມີຄວາມສະຫງົບສຸກ ເນື່ອງໃນໂອກາດວັນທະຫານເສຍອົງຄະ ນັກຮົບເສຍສະຫຼະຊີວິດເພື່ອຊາດ 27/07 ຈະດຳເນີນໄປຢູ່ວັດ ຂະເມ ໃນເວລາແຕ່ 9 ໂມງ - 12ໂມງ ວັນທີ 27/07. ນີ້ແມ່ນການເຄື່ອນໄຫວທີ່ແທດຈິງເພື່ອສະແດງນ້ຳໃຈເຄົາລົບ, ຄວາມຮູ້ບຸນຄຸນອັນເລິກເຊິ່ງ, ສະແດງຄວາມຮູ້ບຸນຄຸນບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ.