ສະມາຄົມຜູ້ປະສົບເຄາະຮ້າຍມອບຂອງຂວັນໃຫ້ຜູ້ປະສົບເຄາະຮ້າຍຢູ່ເມືອງ ກູຈີ
(ພາບ: ສຳນັກຂ່າວສານ ຫວຽດນາມ)
(vovworld) – ການເຄື່ອນໄຫວຕ່າງໆມຸ່ງໄປເຖິງການສະເຫຼີມສະຫຼອງ 55 ປີແຫ່ງວັນວິນາດສະກຳທາດພິດສີສົ້ມ/ດີໂອຊີນ ຢູ່ ຫວຽດນາມ (10/8/1961 – 10/8/2016) - ຂໍ້ມູນຂ່າວດັ່ງກ່າວໂດຍພົນໂທ ຫງວຽນວັນຣີງ, ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດຜິດສີສົ້ມ/ ດີໂອຊິນ ຫວຽດນາມ, ປະກາດທີ່ການປະຊຸມຂ່າວຈັດຕັ້ງໃນວັນທີ 7/7, ຢູ່ຮ່າໂນ້ຍ. ບັນດາການເຄື່ອນໄຫວໂດຍສະມາຄົມຜູ້ປະສົບເຄາະຮ້າຍຈາກທາດຜິດສີສົ້ມ/ ດີໂອຊິນ ຫວຽດນາມ ຈັດຕັ້ງເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 55 ປີແຫ່ງວັນວິນາດສະກຳທາດພິດສີສົ້ມ/ ດີໂອຊີນ, ເປັນໜ້າສົນໃຈນັ້ນແມ່ນກອງປະຊຸມໃຫຍ່ແຂ່ງຂັນ “ເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ” ທົ່ວປະເທດຄັ້ງທີ 3 ແລະ ກອງປະຊຸມສຳມະນາວິທະຍາສາດສາກົນ “ຕີລາຄາຜົນຮ້າຍຂອງທາດພິດສີສົ້ມ/ດີໂອຊີນ ໂດຍ ອາເມລິກາ ນຳໃຊ້ໃນສົງຄາມຢູ່ ຫວຽດນາມ”. ພິເສດ, ງານຊຸມນຸມມິດຕິງສະເຫຼີມສະຫຼອງ 55 ປີແຫ່ງວັນວິນາດສະກຳສີສົ້ນ ຢູ່ຫວຽດນາມ (10/8) ຈະມີການເຂົ້າຮ່ວມຂອງ 1.000 ຄົນ. ບັນດາການເຄື່ອນໄຫວສະເຫຼີມສະຫລອງ 55 ປີແຫ່ງວັນວິນາດສະກຳທາດພິດສີສົ້ມ ຢູ່ ຫວຽດນາມ ແມ່ນໂອກາດເພື່ອໃຫ້ປະຊາຊົນມີຄວາມເຂົ້າໃຈແຈ້ງກ່ວາກ່ຽວກັບທັດສະນະ, ນະໂຍບາຍຂອງພັກ, ລັດ ຫວຽດນາມ ສຳລັບການແກ້ໄຂຜົນຮ້າຍຢ້ອນຫຼັງຂອງທາດເຄມີໂດຍກອງທັບ ອາເມລິກາ ນຳໃຊ້ຢູ່ ຫວຽດນາມ. ພົນໂທ ຫງວຽນວັນຣີງ, ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດຜິດສີສົ້ມ/ ດີໂອຊິນ ຫວຽດນາມ, ໃຫ້ຮູ້ວ່າ:
“ມາຮອດປະຈຸບັນ, ຫວຽດນາມ ມີຜູ້ຖືກຕິດທາດພິດສີສົ້ມ/ ດີໂອຊິນ 4 ລຸ້ນຄົນແລ້ວ. ລຸ້ນທີໜຶ່ງແມ່ນລຸ້ນຄົນເຂົ້າຮ່ວມສົງຄາມໂດຍກົງ, ລຸ້ນທີ່ 2 ແມ່ນລູກຂອງເຂົາເຈົ້າ, ລຸ້ນນີ້ກໍ່ມີຈຳນວນກ່ວາ 100.000 ຄົນ. ແລະລຸ້ນທີສາມມີປະມານ 60.000 – 70.000 ຄົນ. ສະເພາະລຸ້ນທີ 4, ສະມາຄົມທຸກຂັ້ນໄດ້ລາຍງານວ່າມີນັບສິບໆຄົນ. ປະຈຸບັນ, ລັດຖະບານ ຫວຽດນາມ ມີຂໍ້ຕົກລົງວ່າ: ລູກຂອງບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ ດີໂອຊິນ ຈະໄດ້ຮັບຊົມໃຊ້ນະໂຍບາຍ ແລະ ໄລຍະຈະມາເຖິງ, ລັດຖະບານຈະພິຈາລະນາເພື່ອໜູນຊ່ວຍລຸ້ນຫຼານຂອງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມອີກ.”