(vovworld) - ວັນທີ 19/12, ເຊິ່ງແມ່ນວັນສະເຫຼີມສະຫຼອງ 70 ປີແຫ່ງວັນທົ່ວປະເທດທຳການຕໍ່ຕ້ານ (19/12/1946 – 19/12/2016). ບັນດາໜັງສືພິມຂອງຫວຽດນາມ ສະບັບອອກວັນທີ 19/12 ໄດ້ພິມຂ່າວ/ບົດ ກ່ຽວກັບເຫດການປະຫວັດສາດສຳຄັນນີ້. ບົດນຳທີ່ມີຫົວຂໍ້ວ່າ “ສືບຕໍ່ປະດິດແຕ່ງບົດເພງໄຊ” ໃນໜັງສືພິມເຍີນເຢີນ (ສຽງຂອງສູນກາງພັກກອມມູນິດຫວຽດນາມ) ຢືນຢັນວ່າ, ບັນດາບົດຮຽນຈາກການຕໍ່ຕ້ານທົ່ວປະເທດ, ໃນເງື່ອນໄຂສັນຕິພາບ, ບໍ່ມີຍາມເກົ່າແກ່, ໄດ້ບອກສອນໃຫ້ພວກເຮົາຍາມໃດກໍ່ຕ້ອງມີຄວາມລະມັດລະວັງ, ເພີ່ມທະວີກຳລັງຄວາມສາມາດດ້ານເສດຖະກິດ, ດ້ານປ້ອງກັນຊາດ, ທີ່ຕັ້ງທາງການທູດຂອງປະເທດຊາດຢ່າງບໍ່ຢຸດຢັ້ງ.
ໜັງສືພິມ ກວນໂດ້ຍເຍີນເຢີນ (ສຽງຂອງກອງທັບປະຊາຊົນຫວຽດນາມ) ມີບົດນຳທີ່ວ່າ “ເສີມຂະຫຍາຍນ້ຳໃຈທົ່ວປະເທດທຳການຕໍ່ຕ້ານ, ສືບຕໍ່ລະດົມກຳລັງແຮງທົ່ວປວງຊົນທັງຊາດເພື່ອສ້າງສາ ແລະ ປົກປັກຮັກສາປະເທດຊາດ”. ບົດນຳໄດ້ເນັ້ນໜັກເຖິງເຫດການທົ່ວປະເທດທຳການຕໍ່ສູ້ ເຖິງວ່າມັນໄດ້ກ້າວເຂົ້າສູ່ປະຫວັດສາດແລ້ວກໍຕາມ, ແຕ່ນັ້ນແມ່ນພຶດຕິກຳຕົວຈິງຂອງລັດທິວິລະຊົນປະຕິວັດຫວຽດນາມ, ສະແດງໃຫ້ເຫັນເຈດຈຳນົງເອກະລາດ, ເສລີພາບ, ຂອງນ້ຳໃຈເຄົາລົບຊາດຕໍ່ໄພຮຸກຮານ.
ວັດເຈີ່ມ, ຕາແສງ ຟຸ້ງເຈົາ, ເມືອງ ເຈືອງມີ້, ນະຄອນຮ່າໂນ້ຍ, ເຊິ່ງແມ່ນສະຖານທີ່ອົບພະຍົບແຫ່ງທຳອິດຂອງວິທະຍຸກະຈາຍສຽງຫວຽດນາມ (VOV) ເພື່ອສືບຕໍ່ປະຕິບັດວຽກງານກະຈາຍສຽງ ໃນການຕໍ່ຕ້ານຕ້ານລ່າເມືອງຂຶ້ນຝລັ່ງ. ຕອນເຊົ້າວັນທີ 20/12/1946, ຢູ່ທີ່ນີ້ VOV ໄດ້ກະຈາຍສຽງຄຳຮຽກຮ້ອງທົ່ວປະເທດທຳການຕໍ່ຕ້ານຂອງປະທານໂຮ່ຈິມິນ.
ໃນຊຸມມື້ນີ້ອະນຸສອນສະຖານປະທານໂຮ່ຈິມິນ ຢູ່ບ້ານວ້ານຟຸ໋ກ, ເມືອງ ຮ່າດົງ, ເຊິ່ງແມ່ນສະຖານທີ່ປະທານໂຮ່ຈິມິນ ຂຽນຄຳຮຽກຮ້ອງທົ່ວປະເທດທຳການຕໍ່ຕ້ານ ກ່ອນນີ້ 70 ປີ, ໄດ້ຕ້ອນຮັບແຂກມາຢ້ຽມຢາມຫຼາຍຄະນະ. ເພື່ອນ ໂງຫາຍນິງ, ນັກສຶກສາສະຖາບັນໂຄສະນາສື່ມວນຊົນ ແບ່ງປັນວ່າ.
“ເມື່ອໄດ້ມາຢ້ຽມຢາມອະນຸສອນສະຖານ, ແຫ່ງທີ່ປະທານໂຮ່ຈິມິນ ຂຽນຄຳຮຽກຮ້ອງທົ່ວປະເທດທຳການຕໍ່ຕ້ານ, ຂ້າພະເຈົ້າຮູ້ສຶກວ່າມີຄວາມໝາຍທີ່ສຸດ. ຄຳຮຽກຮ້ອງຂອງປະທານໂຮ່ຈິມິນ ບໍ່ພຽງແຕ່ມີຄຸນຄ່າສຳລັບຊາວໜຸ່ມໃນຄາວນັ້ນລຸກຮື້ຂຶ້ນປົກປັກຮັກສາປະເທດຊາດເທົ່ານັ້ນ, ຫາກມາຮອດປະຈຸບັນຍັງມີຄຸນຄ່າຮຽກຮ້ອງໃຫ້ໄວໜຸ່ມສ້າງສາປະເທດຊາດອີກດ້ວຍ”.