ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ125ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ125ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ - ảnh 1
ລາຍ​ການ​ສະ​ແດງ​ສິ​ລະ​ປະ​ພິ​ເສດ “ໂຮ່​ຈີ​ມິນ ຊື່​ຂອງ​ເພີ່ນ​ງາມ​ທີ່​ສຸດ”
(ພາບ: Phương Vy/TTXVN)

(vovworld) – ​​​ ​ຕອ​ນ​ຄ່ຳ​ວັນ​ທີ 17/5, ຢູ່​ອະ​ນຸ​ສາ​ວ​ະ​ລີ​ປະ​ທານ ໂຮ່​ຈີ​ມິນ ​ເຊິ່ງຫາ​ກໍ່​​ເປີດ​ສະຫຼອງ, ຢູ່​ນະ​ຄອນ ໂຮ່​ຈີ​ມິນ, ໄດ້​ດຳ​ເນີນ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ພິ​ເສດ “ໂຮ່​ຈີ​ມິນ ຊື່​ຂອງ​ເພີ່ນ​ງາມ​ທີ່​ສຸດ”. ລາຍ​ການ​ໄດ້​ຮັບ​ການ​ຈັດ​ຕັ້ງ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 125 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ ໂຮ່​ຈີ​ມິນ (19/5/1890 – 19/5/2015) ແລະ 104 ປີ​ແຫ່ງວັນ​ປະ​ທານ ໂຮ່​ຈີ​ມິນ ອອກ​ເດີນ​ທາງ​ໄປ​ຊອກ​ຫາ​ເສັ້ນ​ທາງ​ກູ້​ຊາດ (5/6/1911 – 5/6/2015). ຮ້ອຍ​ໂທ ໂງວັນ​ເທ໋, ນັກ​ຮົບ​ປ້ອມ​ປ້ອງ​ກັນ​ຊາຍ​ແດນ​ທ່າ​ກຳ​ປັ່ນ ໄຊ​ງ່ອນ, ຜູ້ເຂົ້າ​ຮ່ວມ​ລາຍ​ການນີ້ ແບ່ງ​ປັນ​ວ່າ:

        “ເຂົ້າ​ຮ່ວມ​ລາຍ​ການ​ພົບ​ປະ​ແລກ​ປ່ຽນ​​ສະ​ແດງສິ​ລະ​ປະ​ພິ​ເສດມື້ນີ້ ແມ່ນ​ບັນ​ດາ​ພະ​ນັກ​ງານ, ນາຍ​ທະ​ຫານ​ທີ່​ໜຸ່ມ​ແໜ້ນ, ພວກ​ຂ້າ​ພະ​ເຈົ້າ​ໝັ້ນ​ໝາຍ​ປະ​ກອບ​​ກຳ​ລັງ​ແຮງ​ຂອງ​ຕົນ​ເຂົ້າ​ໃນ​ວຽກ​ງານ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຂອງທ່າ​ກຳ​ປັ່ນ ໂຮ່​ຈີ​ມິນ, ສົມ​ເປັນ​ນະ​ຄອນ​ໃສ່​ຊື່​ປະ​ທານ ໂຮ່​ຈີ​ມິນ”

        ແລະ​ກໍ່​ໃນ​ຕອນ​ຄ່ຳ​ວັນ​ທ​ີ 17/5, ຢູ່​ຮ່າ​ໂນ​້ຍ, ຄະ​ນະ​ຊາວ​ໜຸ່ມ​ນະ​ຄອນ ຮ່າ​ໂນ້ຍກໍ່​ໄດ້​ຈັດ​ຕັ້ງ​ລາຍ​ການ​ສະ​ເຫຼີມ​ສະຫຼອງ 125 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ ໂຮ່​ຈີ​ມິນ, ຍ້ອງຍ​ໍ​ຊົມ​ເຊີຍ 125 ແບບ​ຢ່າງ​ຊາວ​ໜຸ່ມ​ທີ່​ເປັນ​ກຳ​ມະ​ກອນ​ດີ​ເດັ່ນ​ຕາມ​ຄຳ​ສັ່ງ​ສອນ​ຂອງ​ປະ​ທານ ໂຮ່​ຈີ​ມິນ…

        ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 125 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ປະ​ທານ ໂຮ່​ຈີ​ມິນ, ໃນ​ເວ​ລາ 20 ໂມງ 10 ນາ​ທີ​ວັນ​ທີ 19/5, ໃນ​ຊ່ອງ​ໂທ​ລະ​ພາບ VTV1 ກໍ່​ໄດ້​ສາຍ​ຟິມ​ຮູບ​ເງົາ​ເອ​ກະ​ສານ “ໂຮ່​ຈີ​ມິນ - ບົດ​ເພງ​ເສ​ລີ​ພາບ”.

        ເນື່ອງ​ໃນ​ໂອ​ກາດນີ້, ຫຼາຍ​ທ້ອງ​ຖິ່ນກໍ່​ໄດ້​ຈັດ​ຕັ້​ງ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ​ຕ່າງໆ. ຄະ​ນະ​ຜູ້​ແທນ​ຂອງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ, ຜູ້​ຕາງ​ໜ້າ​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊ​າ​ຊົນ​ເຂດ​ຊາຍ​ແດນແຂວງ ກວາງ​ນ​ີງ ຂອງ ຫວຽດ​ນາມ ກໍ່​ໄດ້​ເຂົ້າ​ຮ່ວມ​ລາຍ​ການ “ການ​ທ່ອງ​ທ່ຽວ​ແດງ - ຕາມ​ຮອຍ​ປະ​ທານ ໂຮ່​ຈີ​ມິນ” ແລະ “ງາມ​ມະ​ໂຫລານ​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ ຫວຽດ​ນາມ - ຈີນ” ຢູ່​ແຂວງ ກວາງ​ສີ, ປະ​ເທດ ຈີນ. ເມື່ອ​ເວົ້າ​ເຖິງ​ຄວາມ​ໝາຍ​ຂອງ​ລາຍ​ການ, ທ່ານ ຫວູ​ຊວນ​ຮົ່ງ, ປະ​ທານ​ສະ​ຫ​ະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ ຊີ້​ແຈ້ງວ່​າ:

        “​ຮອຍ​ຂອງ​ເພີ່ນ​ໃນ​ເຂດ​ດິນ​ແດນ ຈີນ ລ້ວນ​ແຕ່​ຕິດ​ພັນ​ກັບ​ບັນ​ດາ​ເຫດ​ການ​ສຳ​ຄັນ​ຂອ​ງ​ການ​ປະ​ຕ​ິ​ວັດ ຫວຽດ​ນາມ ແລະ ເປັນ​ຂີດ​ໝາຍ​ໃຫ້​ແກ່​ການ​ພົວ​ພັນ​ອ້າຍ​ນ້ອງ​ທີ່​ສະ​ໜິດ​ສະ​ໜົມ​ຂອງ 2 ປະ​ເທດ​ພວກ​ເຮົາ. ການ​ເຄື່ອນ​ໄຫວ ການ​ທ່ອງ​ທ່ຽວ​ແດງ - ຕາມ​ຮອຍ​ລຸງ​ໂຮ່ ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ພວກ​ເຮົາ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ແບບ​ຢ່າງ​ຂອງ​ພວກ​ປູ​ຍາ​ຕາ​ຍາຍ​ເມື່ອກ່ອນ, ພ້ອມ​ທັງ​ປະ​ກອບ​ສ່ວນ​ສຶກ​ສາ​ອົບ​ຮົມ ປະ​ຊາ​ຊົນ 2 ປະ​ເທດ, ພິ​ເສດ​ແມ່ນ​ຊາວ​ໜຸ່ມ, ສືບ​ຕໍ່​ເຄົາ​ລົບ​ນັບ​ຖື, ສືບ​ທອດ ແລະ ເສີ​ມ​ຂະ​ຫຍາຍ​ນ້ຳ​ໃຈ​ມ​ິດ​ຕະ​ພາບ ຫວຽດ​ນາມ - ຈີນ ແມ່ນ​ຊັບ​ສົມ​ບັດ​ອັນ​ລ້ຳ​ຄ່າ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ.”


ຂ່າວ/ບົດ​ອື່ນ