ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ65ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ຣູມານີ
(ພາບປະກອບ: ອິນເຕີແນັດ)
(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ຣູມານີ, ສະຖານທູດ ຫວຽດນາມ ປະຈຳ ຣູມານີ ໄດ້ສົມທົບກັບກະຊວງການຕ່າງປະເທດ ຣູມານີ ຈັດງານລ້ຽງ ແລະ ສາຍຮູບເງົາ “ເລື່ອງຂອງປາວ” ຢູ່ນະຄອນຫຼວງ ບູກາແຣັດ ວັນທີ 7/4. ເຂົ້າຮ່ວມພິທີມີບັນດາເຈົ້າໜ້າທີ່ກະຊວງການຕ່າງປະເທດ, ຜູ້ຕາງໜ້າບາງກະຊວງ, ຂະແໜງການຂອງ ຣູມານີ, ເອກອັກຄະລັດຖະທູດບັນດາປະເທດອາຊີ ຢູ່ ບູກາແຣັດ, ການນຳສະມາຄົມມິດຕະພາບ ແລະ ເພື່ອນມິດ ຣູມານີ ພ້ອມກັບຜູ້ຕາງໜ້າວົງຄະນະຍາດຊາວ ຫວຽດນາມ, ນັກສຶກສາຫວຽດ ນາມ ທີ່ພວມດຳລົງຊີວິດ, ທຳມາຫາກິນ ແລະ ຮຳ່ຮຽນຢູ່ ຣູມານີ.
ກ່າວຄຳເຫັນໄຂພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຣູມານີ ເຈິນຊວນຖຸຍ ເນັ້ນໜັກວ່າ: ຄວາມໝາຍສຳຄັນຂອງການສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ-ຣູມານີ ກ່ອນນີ້ 65 ປີ, ແມ່ນພື້ນຖານໝັ້ນຄົງໃຫ້ການພົວພັນຮ່ວມມືທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ. ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ: ການພົວພັນລະຫວ່າງ 2 ປະເທດ ໄດ້ຜ່ານຜ່າສິ່ງທ້າທາຍນາໆປະການຂອງໄລຍະເວລາ, ຍາມໃດກໍ່ຮັບມືຢ່າງເໝາະສົມກັບສະພາບການ ເພື່ອພັດທະນາໃນຫຼາຍຂົງເຂດ, ທ່ານເອກອັກຄະລັດຖະທູດ ຂອບໃຈລັດຖະບານ ແລະ ປະຊາຊົນ ຣູມານີ ໄດ້ສະໜັບສະໜູນປະຊາຊົນ ຫວຽດນາມ ໃນວິວັດການຕໍ່ສູ້ຍາດເອົາເອກະລາດຊົນຊາດ ແລະ ສ້າງສາປະເທດຊາດ. ທ່ານເອກອັກຄະລັດຖະທູດ ກໍ່ສະແດງຄວາມເຊື່ອໝັ້ນວ່າ: ການພົວພັນລະຫວ່າງ 2 ປະເທດ ຈະສືບຕໍ່ພັດທະນາ ເພື່ອຜົນປະໂຫຍດລວມຂອງ 2 ປະເທດ.