ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ70ປີແຫ່ງວັນເລືອກຕັ້ງສະພາແຫ່ງຊາດ ຊຸດທຳອິດ

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ70ປີແຫ່ງວັນເລືອກຕັ້ງສະພາແຫ່ງຊາດ ຊຸດທຳອິດ - ảnh 1
ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫງວຽນແຮ້ງຟຸກ
ກ່າວຄຳເຫັນທີ່ກອງປະຊຸມ (ພາບ: kimthanh)


(vovworld) – ​ ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໃຫ້​ຮູ້​ວ່າ: ສະພາ​ແຫ່ງ​ຊາດ ຫວຽດນາມ ພວມ​ຜັນ​ຂະ​ຫຍາ​ຍການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ ມຸ່ງ​ໄປ​ເຖິງ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ເລືອກ​ຕັ້ງ ສະພາ​ແຫ່ງ​ຊາດຫວຽດນາມຊຸດ​ທຳ​ອິດ​ (6/1/1946 – 6/1/2016). ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງຈະ​ແກ່ຍາວ​ແຕ່​ນີ້​ເຖິງ​ເດືອນ 1/2016 ດ້ວຍ​ຫລາຍ​ຮູບ​ການ​ທີ່​ແຕກ​ຕ່າງ​ກັນ. ​ໃນ​ນັ້ນ ມີ​ບັນດາ​ການ​ເຄື່ອນ​ໄຫວ​ຄື: ຈັດ​ຕັ້ງ​ງານໂຮມ​ຊຸມນຸມ​​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດຊຸດທຳ​ອິດ​, ສະມາ​ຊິດ​ສະພາ​ແຫ່ງ​ຊາດ, ປຸກລະດົມ​ການ​ແຕ່ງບົດ​ເພງກ່ຽວ​ກັບ​ສະພາ​ແຫ່ງ​ຊາດ ຫວຽດນາມ, ຈັດ​ຕັ້ງ​ງານ​ພົບ​ປະ​ສະມາຊິກ​ສະພາ​ແຫ່ງ​ຊາດລຸ້ນຕ່າງໆ​ຢູ່​ສູນ​ກາງ ​ແລະ ທ້ອງ​ຖິ່ນ; ຈັດ​ຕັ້ງ​ລາງວັນ​ສື່​ມວນ​ຊົນ​ຂຽນ​ກ່ຽວ​ກັບ​ຫົວ​ເລື່ອງ ສະພາ​ແຫ່ງ​ຊາດ.

ຂ່າວ/ບົດ​ອື່ນ