ພາບປະກອບ
(vovworld) -ເນື່ອງໃນໂອກາດສະເຫຼີມສະຫຼອງ 83 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈີ໋ມິນ (26/3/1931 – 26/3/2014), ຕອນເຊົ້າວັນທີ 24/3, ທ່ານຫງວຽນດັກວິງ, ເລຂາຜູ້ທີ 1 ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີ໋ມິນ ໄດ້ເປັນປະທານໃນການໂອ້ລົມໂດຍກົງຜ່ານເຄືອຂ່າຍອິນເຕີເນັດຜ່ານປະຕູຖານຂໍ້ມູນລັດຖະບານດ້ວຍຫົວເລື່ອງ “ປີຊາວໜຸ່ມອາສາສະໝັກ 2014“. ທ່ານຫງວຽນດັກວິງ ເນັ້ນໜັກວ່າ: ບັນດາການເຄື່ອນໄຫວຂອງປີຊາວໜຸ່ມອາສາສະໝັກ 2014 ຕ້ອງຮັບປະກັນ 5 ປັດໄຈ: ລັກສະນະກ້ວາງຂວາງ, ລັກສະນະກຳນົດທິດ, ລັກສະນະແນະນຳ, ລັກສະນະປະສິດທິຜົນ ແລະ ລັກສະນະຍືນຍົງ. ເນັ້ນໜັກເຖິງການທະວີຄູນບັນດາແບບຢ່າງດີເດັ່ນ ແລະ ດຶງດູດການເຂົ້າຮ່ວມຂອງບັນດານັກອາສາສະໝັກສາກົນເຂົ້າໃນຂະບວນການອາສາສະໝັກຂອງຊາວໜຸ່ມຫວຽດນາມ, ທ່ານຫງວຽນດັກວິງ ເນັ້ນໜັກວ່າ:
“ຢູ່ຫວຽດນາມ, ພວກຂ້າພະເຈົ້າເຫັນວ່າ, ບໍ່ພຽງແຕ່ກຳລັງຊາວໜຸ່ມໄດ້ເຂົ້າຮ່ວມການເຄື່ອນໄຫວອາສາສະໝັກເທົ່ານັ້ນ, ພວກເຮົາສາມາດເຫັນ ປຊຊ ເຂົ້າຮ່ວມບັນດາການເຄື່ອນໄຫວອາສາສະໝັກອີກດ້ວຍ. ຂ້າພະເຈົ້າຄິດວ່າ, ກຳລັງຊາວໜຸ່ມແມ່ນກຳລັງຫຼັກແຫຼ່ງ, ມີຈຳນວນຫຼວງຫຼາຍ. ສຳລັບການເຄື່ອນໄຫວອາສາສະໝັກສາກົນ, ພວກເຮົາມີການປະສານສົມທົບກັບປະເທດຕ່າງໆ, ໄດ້ມີບັນດາການເຄື່ອນໄຫວອາສາສະໝັກຢູ່ປະເທດລາວ, ກຳປູເຈຍ ເປັນປະຈຳ. ນອກຈາກນັ້ນພວກເຮົາຍັງຕ້ອນຮັບກຳລັງຊາວໜຸ່ມອາສາສະມັກການາດາ, ສິງກາໂປ... ແລະ ໄດ້ສົມທົບກັບເຂົາເຈົ້າ ແລະ ບາງປະເທດໃນການເຄື່ອນໄຫວອາສາສະໝັກຈຳນວນໜຶ່ງ“
ກ່ອນໜ້ານນັ້ນ,ຕອນຄຳ່ວັນທີ 23/3, ທີ່ນະຄອນ ອຽນບ໋າຍ ແຂວງ ອຽນບ໋າຍ, ໄດ້ດຳເນີນພິທີເປີດສາກການເຄື່ອນໄຫວຂອງຄະນະຊາວໜຸ່ມກອມມູນິດ ໂຮ່ຈີ໋ມິນ ເຂົ້າຮ່ວມຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງຄົມມະນາຄົມໃນປີຊາວໜຸ່ມອາສາສະໝັກ ແລະ ວັນບຸນຊາວໜຸ່ມກັບວັດທະນະທຳການຄົມມະນາຄົມປີ 2014. ກ່າວຄຳເຫັນທີ່ພິທີ, ທ່ານ ເລດິ່ງເທາະ - ຮອງລັດຖະມົນຕີກະຊວງຄົມມະນາຄົມ - ຂົນສົ່ງ ຫວຽດນາມ ຊີ້ແຈ້ງວ່າ:
“ພວກຂ້າພະເຈົ້າຫວັງວ່າ, ພາຍຫຼັງພິທີເປີດສາກການເຄື່ອນໄຫວນີ້, ຄະນະຊາວໜຸ່ມທຸກຂັ້ນຈະດຳເນີນບັນດາ ກິດຈະກຳເຂົ້າຮ່ວມຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງຄົມມະນາຄົມໃນປີຊາວໜຸ່ມອາສາສະໝັກປີ 2014 ຢ່າງເຂັ້ມແຂງແລະກວ້າງຂວາງ,ຖືຄວາມປອດໄພທາງຄົມມະນາຄົມແມ່ນໜຶ່ງໃນ ບັນດາໜ້າທີ່ຈຸດໜັກ ຂອງຊາວໜຸ່ມອາສາສະໝັກປີ 2014; ສະມາຊິກຊາວໜຸ່ມແຕ່ລະຄົນຕ້ອງເປັນນັກໂຄສະນາຢ່າງຕັ້ງໜ້າ. ຄະນະກຳມະການຄວາມປອດໄພທາງຄົມມະນາຄົມຈະສົມທົບຢ່າງແໜ້ນແຟ້ນກັບສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີ໋ມິນ ຜັນຂະຫຍາຍບັນດາການເຄື່ອນໄຫວໂຄສະນາ, ຂົນຂວາຍສະມາຊິກຊາວໜຸ່ມມີຄວາມຮູ້ສຶກຕືນຕົວໃນການປະຕິບັດກົດຈາລະຈອນຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງຄົມມະນາຄົມ.”