(vovworld) - ເນື່ອງໃນໂອກາດວັນຄູຫວຽດນາມ, ທ່ານປະທານປະເທດ Truong Tan Sang ໄດ້ໄປຢ້ຽມຢາມ ແລະ ອວຍພອນບັນດາກະຊວງ, ຄູອາຈານໂຮງຮຽນມະຫາວິທະຍາໄລຊັບພະວິຊາຮ່າໂນ້ຍ, ເຊິ່ງແມ່ນໜຶ່ງໃນບັນດາໂຮງຮຽນທີ່ມີອິດທິພົນຊື່ສຽງ, ມີມູນເຊື້ອອັນດັບໜຶ່ງໃນຂົງເຂດສຶກສາ. ທ່ານປະທານປະເທດຕີລາຄາສູງບັນດາຜົນງານທີ່ພົ້ນເດັ່ນ ແລະ ການປະກອບສ່ວນຢ່າງໃຫຍ່ຫຼວງຂອງມະຫາວິທະຍາໄລຊັບພະວິຊາ ໃນພາລະກິດສຶກສາບຳລຸງສ້າງເວົ້າສະເພາະ ແລະ ໃນພາລະກິດສ້າງສາ, ປົກປັກຮັກສາປະເທດຊາດເວົ້າລວມ. ທ່ານປະທານປະເທດ Truong Tan Sang, ເນັ້ນໜັກວ່າ:
”ໃນທິດທາງ ແລະ ຈຸດໝາຍພັດທະນາ, ຄວນກໍ່ສ້າງໂຮງຮຽນມະຫາວິທະຍາໄລຊັບພະວິຊາຮ່າໂນ້ຍ ໃຫ້ກາຍເປັນສູນບຳລຸງສ້າງ ແລະ ຄົ້ນຄ້ວາວິທະຍາສາດທີ່ມີອິດທິພົບຊື່ສຽງໃນຂົງເຂດວິທະຍາສາດເຕັກໂນໂລຢີຢູ່ພາກພື້ນ ແລະ ຢູ່ໃນໂລກ. ໃນທິດທາງພັດທະນາຫຼາຍຂະແໜງ, ຫຼາຍຂົງເຂດ. ທາງໂຮງຮຽນຄວນສຸມໃສ່ພັດທະນາຢ່າງມີຈຸດສຸມບັນດາຂະແໜງ, ຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ມີທ່າແຮງໂດດເດັ່ນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະເທດຊາດ ແລະ ແງ່ຫວັງພັດທະນາຢູ່ໃນໂລກ. ພ້ອມກັບການພັດທະນາກ່ຽວກັບຂອບຂະໜາດ, ບັນຫາສຳຄັນກວ່າ ນັ້ນແມ່ນຕ້ອງຍົກສູງຄຸນນະພາບການສຶກສາ ແລະ ການຄົ້ນຄ້ວາວິທະຍາສາດຢ່າງຮອບດ້ານ”
ທ່ານປະທານປະເທດກໍ່ໄດ້ສະເໜີວ່າ, ຈຸດໝາຍສຳຄັນຕົ້ນຕໍ່ນັ້ນແມ່ນທາງໂຮງຮຽນຕ້ອງກໍ່ສ້າງຖັນແຖວຄູອາຈານ, ພະນັກງານການນຳ, ຄຸ້ມຄອງທີ່ມີລະດັບຄວາມຮູ້ສູງ, ມີຄຸນສົມບັດທີ່ດີ, ສູ້ຊົນຫຼໍ່ຫຼອມກ່ຽວກັບຄຸນນະທາດດ້ານການເມືອງ, ມີແບບແຜນດຳລົງຊີວິດທີ່ດີ, ມີສະຕິຄວາມຮັບຜິດຊອບ ແລະ ຄວາມເອກອ້າງທະນົງໃຈຕໍ່ປະເທດຊາດ ເພື່ອແນໃສ່ປະຕິບັດສຳເລັດໜ້າທີ່ ເຊິ່ງພັກ ແລະ ລັດໄດ້ມອບໝາຍໃຫ້.
ກ່ອນໜ້ານັ້ນ, ວັນທີ 19/11, ຢູ່ແຂວງ Hoa Binh, ການນຳແຂວງໄດ້ມອບໃບຮັບຮອງນາມມະຍົດຄູທີ່ດີເລີດ ຂອງທ່ານປະທານປະເທດໃຫ້ແກ່ບັນດາຄູອາຈານໃນແຂວງ. ແລະ ກໍໃນວັນດຽວກັນ, ການນຳແຂວງ Quang Ngai ໄດ້ໄປຢ້ຽມຢາມອວຍພອນບັນດາໂຮງຮຽນ ແລະ ເອົາໃຈໃສ່ວ່າ ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນຕ້ອງເອົາໃຈໃສ່ເຖິງວຽກງານການສຶກສາ ແລະ ລົງທຶນໃຫ້ແກ່ພາລະກິດການສຶກສາກວ່າອີກ. ເນື່ອງໃນໂອກາດນີ້, ແຂວງ Ninh Thuan ໄດ້ຈັດການພົບປະໂອ້ລົມສະເຫຼີມສະຫຼອງ 30 ປີແຫ່ງວັນຄູຫວຽດນາມ, ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ 27 ໂຮງຮຽນ ແລະ ຄູອາຈານທີ່ດີເລີດ, ບັນດາພະນັກງານຄຸ້ມຄອງຄູອາຈານທີ່ໃຫ້ພັກກິນເບຍບຳນານ ເຊິ່ງໄດ້ປະກອບສ່ວນຫຼາຍຢ່າງໃຫ້ພາລະກິດພັດທະນາການສຶກສາຢູ່ທ້ອງຖິ່ນ.