(VOVWORLD) - ການເສຍສະຫຼະຊີວິດຂອງຊາວໜຸ່ມຕະລຸມບອນ 60 ຄົນໃນຄ່ຳຄືນ ວັນບຸນ ຄຼິດສະມາດ ຄາວນັ້ນ ແມ່ນຄວາມສູນເສຍອັນໃຫຍ່ຫຼວງກ່ຽວກັບຊີວິດອິນຊີຂອງກຳລັງຊາວໜຸ່ມຕະລຸມບອນ ຫວຽດນາມ.
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ທີ່ພິທີ
|
ຕອນຄ່ຳວັນທີ 21 ທັນວາ, ຢູ່ແຂວງ ທ໊າຍງວຽນ ໄດ້ຈັດຕັ້ງລາຍການຖະຫວາຍທູບທຽນສະເຫຼີມສະຫຼອງ 60 ປີແຫ່ງວັນຊາວໜຸ່ມຕະລຸມບອນຂອງກອງຮ້ອຍ 915 ແລະ ປະກາດນຳເຂົ້າໃຊ້ການກິດຈະກຳບູລະນະປະຕິສັງຂອນ, ສ້ອມແປງເຂດປູຊະນີຍະສະຖານແຫ່ງຊາດ ກອງຮ້ອຍຊາວໜຸ່ມຕະລຸມບອນ 915.
ກ່າວຄຳເຫັນທີ່ພິທີຖະຫວາຍທູບທຽນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເນັ້ນໜັກວ່າ: ການເສຍສະຫຼະຊີວິດຂອງຊາວໜຸ່ມຕະລຸມບອນ 60 ຄົນໃນຄ່ຳຄືນ ວັນບຸນ ຄຼິດສະມາດ ຄາວນັ້ນ ແມ່ນຄວາມສູນເສຍອັນໃຫຍ່ຫຼວງກ່ຽວກັບຊີວິດອິນຊີຂອງກຳລັງຊາວໜຸ່ມຕະລຸມບອນ ຫວຽດນາມ. ການເສຍສະຫຼະຊີວິດນັ້ນໄດ້ກາຍເປັນແບບຢ່າງທີ່ໃສ ແຈ້ງກ່ຽວກັບລັດທິວິລະຊົນປະຕິວັດໃນພາລະກິດປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວວ່າ: “ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍທີ່ສຸດເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການອຸທິດສ່ວນອັນໃຫຍ່ຫຼວງຂອງບັນດານັກວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ, ນັກຮົບເກົ່າ, ອະດີດຊາວໜຸ່ມຕະລຸມບອນ. ຂ້າພະເຈົ້າໄດ້ຕີລາຄາສູງ ແລະ ຮັບຮູ້ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ທ໊າຍງວຽນ, ພ້ອມກັນຮ່ວມແຮງຮ່ວມໃຈ, ການປະກອບສ່ວນຂອງປະຊາຄົມວິສາຫະກິດ, ບັນດາຜູ້ໃຈບຸນໃຈກຸສົນໄດ້ລົງທຶນບູລະນະປະຕິສັງຂອນ, ສ້ອມແປງເປີດກ້ວາງກິດຈະກຳໃຫ້ໃຫຍ່ໂຕໂອໂຖງ, ສະອາດ, ສວຍງາມກ່ວາ, ສົມສັກສີເພື່ອສະແດງຄວາມຮູ້ບຸນຄຸນບັນດານັກຮົບວິລະຊົນ, ຊາວໜຸ່ມຕະລຸມບອນທີ່ເສຍສະຫຼະຊີວິດເພື່ອຊາດ.”
ການສະແດງສິລະປະທີ່ພິທີຖະຫວາຍທູບທຽນ |
ວັນທີ 21 ທັນວາ, ກອງບັນຊາການທະຫານແຂວງ ຊອັກຈັງ ໄດ້ຈັດຕັ້ງການພົບປະສັງສັນກັບພະນັກງານ, ນາຍທະຫານຂັ້ນສູງທີ່ໄດ້ພັກກິນເບ້ຍບຳນານ ແລະ ຕ້ອນຮັບຫຼຽນໄຊປົກປັກຮັກສາປະເທດຊາດຊັ້ນ III.
ແລະ ກໍ່ໃນວັນດຽວກັນ, ບໍລິສັດ 72 (ຂຶ້ນກັບພົນລະພາກຫຼວງ 15, ກະຊວງປ້ອງກັນປະເທດ) ໄດ້ຈັດຕັ້ງພິທີເປີດສະຫຼອງ ແລະ ມອບ “ເຮືອນແຫ່ງນຳໃຈເພື່ອນຮ່ວມກົມກອງ” 13 ຫຼັງ ໃຫ້ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເຂດຊາຍແດນເມືອງ ດຶກເກີ.
ວັນທີ 21 ທັນວາ, ອົງການ Saigon Innovation Hub ຂຶ້ນກັບພະແນກວິທະຍາສາດ - ເຕັກໂນໂລຊີ ນະຄອນໂຮ່ຈີມິນ ຈັດຕັ້ງລາຍການພົບປະແລກປ່ຽນດ້ວຍຫົວຂໍ້ວ່າ “ສະໜາມຮົບ K -40 & 4.0: ເລີ່ມຕົ້ນທຸລະກິດໄປພ້ອມກັບເພື່ອນຮ່ວມກົມກອງ”.