(ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ຟ້າມກວາງງີ້)
(vovworld) – ຕອນເຊົ້າວັນທີ 16/12, ຢູ່ນະຄອນຮ່າໂນ້ຍ ໄດ້ຈັດການພົບປະກັບບັນດານາຍທະຫານ, ພະນັກງານຂັ້ນສູງກອງທັບ ທີ່ໄດ້ພັກກິນເບຍບຳນານໃນບໍລິເວນນະຄອນຮ່າໂນ້ຍ. ກ່າວຕຳເຫັນທີ່ການພົບປະ, ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ຟ້າມກວາງງີ້ ຢືນຢັນວ່າ, ໃນ 70 ປີຜ່ານມາ, ພະນັກງານ, ນັກຮົບກອງທັບປະຊາຊົນຫວຽດນາມ ລຸ່ນຕ່າງໆ ໄດ້ສືບທອດມູນເຊື້ອຕີເອົາສັດຕູເພື່ອປົກປັກຮັກສາປະເທດຊາດຂອງປູຍາຕາຍາຍ, ຕັດສິນໃຈຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ; ມີໄຫວພິບ, ອົງກາດກາແກ່ນໃນການຕໍ່ສູ້, ປະກອບສ່ວນສຳຄັນເຂົ້າໃນພາລະກິດກໍ່ສູ້ປົກປ່ອຍຊາດ, ທ້ອນໂຮມປະເທດເປັນເອກະພາບ, ກໍ່ຄືໃນພາລະກິດປ່ຽນໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານ ຟ້າມກວາງງີ້ ກ່າວວ່າ.
“ພ້ອມກັບທົ່ວປະເທດ, ຍາມໃດຮ່າໂນ້ຍ ກໍ່ມີຄວາມເອກອ້າງຖະນົງໃຈກ່ຽວກັບກອງທັບປະຊາຊົນຫວຽດນາມ ວິລະຊົນ, ພ້ອມທັງມີຄວາມຮັບຮູ້ຢ່າງເລິກເຊິ່ງວ່າ ໃນຕະຫຼອດໄລຍະທາງແຫ່ງການປົດປ່ອຍ, ສ້າງສາ ແລະ ປົກປັກຮັກສານະຄອນຫຼວງຮ່າໂນ້ຍ. ບັນດາໄຊຊະນະທີ່ສະຫງ່າລາສີ ແລະ ບັນດາຜົນງານອັນໃຫຍ່ຫຼວງຂອງນະຄອນຫຼວງ ລ້ວນແຕ່ແມ່ນໝາກຜົນແຫ່ງການຜູກພັນຂອງກອງທັບ ແລະ ປະຊາຊົນໃນທົ່ວປະເທດ, ລະຫວ່າງອົງຄະນະພັກ, ປະຊາຊົນນະຄອນຫຼວງ ກັບກອງທັບປະຊາຊົນຫວຽດນາມ ວິລະຊົນ”.
ແລະກໍ່ໃນວັນດຽວກັນ, ຢູ່ແຂວງໄຕນິງ ສະມາຄົມວັນນະຄະດີສິລະປະແຂວງໄຕນິງ ໄດ້ສົມທົບກັບກອງບັນຊາການກອງທັບແຂວງ ໄຂງານວາງສະແດງພາບແຕ້ມ, ຮູບຖ່າຍສິລະປະ ກ່ຽວກັບການເຄື່ອນໄຫວຂອງກອງທັບປະຊາຊົນຫວຽດນາມ.
ຢູ່ແຂວງກວາງບິ່ງ, ກອງບັນຊາການທະຫານປ້ອງກັນຊາຍແດນແຂວງກວາງບິ່ງ ໄດ້ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ສິລະປະ, ໂອ້ລົມສົນທະນາ, ຫວນຄືນມູນເຊື້ອກອງທັບປະຊາຊົນຫວຽດນາມ. ພ້ອມທັງໄດ້ມອບຂອງຂັວນ 100 ພູດ ໃຫ້ເດັກທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍ, ແມ່ຫວຽດນາມ ວິລະຊົນໃນບໍລິເວນແຂວງ. ນອກຈາກນັ້ງ ຍັງມອບເຮືອນແຫ່ງສາຍຈິດມິດໃຈ 8 ຫຼັງອີກດ້ວຍ.
ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງວັນສ້າງຕັ້ງ
ກອງທັບປະຊາຊົນຫວຽດນາມ ແລະ ວັນບຸນປ້ອງກັນຊາດທົ່ວປວງຊົນ
(ພາບ: Báo Cao Bằng)
ກ່ອນໜ້ານັ້ນ, ຕອນຄໍ່າວັນທີ 15/12, ຢູ່ແຂວງກາວບັ່ງ, ໄດ້ຈັດພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ (22/12/1944 – 22/12/2014), 25 ປີແຫ່ງວັນປ້ອງກັນຊາດທົ່ວປວງຊົນ (22/12/1989 – 22/12/2014), ປະກາດເຂດປູຊະນີຍະສະຖານແຫ່ງຊາດພິເສດປ່າ ເຈີນຮືງດ້າວ. ເຂົ້າຮ່ວມພິທີ, ມີທ່ານປະທານປະເທດ ເຈືອງເຕີນຊາງ. ໂດຍປະຕິບັດຄຳສັ່ງຂອງປະທານໂຮ່ຈິມິນ, ວັນທີ 22/12/1944, ຢູ່ເຂດປ່າ ເຈີນຮືງດ້າວ, ຕາແສງ ຕາມກິມ, ເມືອງ ງວຽນບິ່ງ, ແຂວງກາວບັ່ງ, ກອງຫວຽດນາມ ໂຄສະນາທະຫານປົດປ່ອຍໄດ້ຮັບການສ້າງຕັ້ງ. ຈາກກອງທັບທີ່ປະກອບດ້ວຍນັກຮົບ 34 ຄົນເທົ່ານັ້ນ ແຕ່ຜ່ານໄລຍະ 70 ປີຜ່ານມາ, ກອງທັບປະຊາຊົນຫວຽດນາມ ໄດ້ພັດທະນາເທື່ອລະກ້າວ ເຕີມໃຫຍ່ພ້ອມກັບປະເທດຊາດ.
ກ່າວຄຳເຫັນທີ່ພິທີ, ທ່ານຮອງປະທານສະພາແຫ່ງຊາດ ຮີນງອກເຊີນ ຊີ້ແຈ້ງວ່າ.
“ກອງທັບທີ່ໄດ້ຮັບການກຳເນີດຈາກປະຊາຊົນ, ເຕີບໃຫຍ່ເຂັ້ມແຂງຈາກປະຊາຊົນ, ສູ້ຮົບເພື່ອປະຊາຊົນ, ຮັບໃຊ້ປະຊາຊົນ, ຈົ່ງຮັກພັກດີຕໍ່ພັກ, ຕໍ່ສູ້ເພື່ອເອກະລາດຊົນຊາດ ແລະ ລັດທິສັງຄົມ. ຜ່ານໄລຍະ 70 ປີແຫ່ງການຕໍ່ສູ້, ສ້າງສາ ແລະ ເຕັບໃຫຍ່ທີ່ເຕັມໄປດ້ວຍຄວາມລຳບາກກາກກຳ, ກອງທັບປະຊາຊົນຫວຽດນາມ ໄດ້ພ້ອມກັບທົ່ວປວງຊົນສ້າງບັນດາໜ້າປະຫວັດສາດອັນສະຫງ່າລາສີ, ຍາດໄດ້ໄຊຊະນະຫຼາຍຢ່າງ”.
ແລະກໍ່ໃນຕອນຄໍ່າວັນດຽວກັນ, ຢູ່ນະຄອນໂຮ່ຈິມິນ, ໄດ້ຈັດງານພົບປະແລກປ່ຽນສິລະປະສະແດງໃຫ້ເຫັນ ຮູບພາບຂອງນັກຮົບປະຕິວັດ ດ້ວຍບັນດາຄຸນນະທາດອັນສູງສົ່ງ, ຈິດໃຈອົງອາດກາແກ່ນ, ເຈດຈຳນົງ, ມານະຈິດເລີດລ້ຳ, ພ້ອມແລ້ວທີ່ຈະເສຍສະຫຼະຊີວິດເພື່ອຊາດ.
ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, ແຕ່ວັນທີ 14 – 16/12, ທ່ານນາງລັດຖະມົນຕີວ່າການກະຊວງສາທາລະນະສຸກ ຫງວຽນທິກິມຕ໋ຽນ ໄດ້ໄປຢ້ຽມຢາມ ແລະ ມອບວັດຖຸອຸປະກອນການແພດທີ່ມີມູນຄ່າກວ່າ 200 ລ້ານດົງ ໃຫ້ຫ້ອງກວດພະຍາດປະສົມລະຫວ່າງທະຫານ - ປະຊາຊົນປ້ອມປ້ອງກັນຊາຍແດນຊອກຢາງ, ກອງບັນຊາການທະຫານປ້ອງກັນຊາຍແດນແຂວງກາວບັ່ງ.