ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດ ງານບຸນວິສາຂະບູຊາ ພສ 2557


ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດ ງານບຸນວິສາຂະບູຊາ ພສ 2557 - ảnh 1
ພາບປະກອບ

(vovworld) –  ວັນ​ທີ 24/5, ພະສົງ​ສາມະ​ເນນ ​ແລະ ພຸດທະສາສະນິກກະ​ຊົນ ​​ໃນ​ທົ່ວ​ປະ​ເທດ​ສະ​ເຫຼີມ​ສະຫຼອງ​ວັນ​ວິສາຂະບູຊາ - ພສ 2557. ​ໃນ​ຊຸມ​ວັນ​ນີ້, ຢູ່​ບັນດາ​ແຂວງ, ນະ​ຄອນ ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ສວດ​ມົນ​ພາວະນາ​ຂໍ​ໃຫ້​ປະຊາຊົນ​ມີ​ຄວາມ​ສະຫງົບ​ສຸກ, ​ໂລກ​ມີສັນຕິພາບ.

        ຢູ່​ນະຄອນ ດ່າ​ໜັງ, ວັດ​ວາອາຮາມກ່ວາ 100 ​ແຫ່ງ​ລ້ວນ​ແຕ່​ໄດ້ຮັບການ​ປະດັບ​ປະດາ​ດ້ວຍ​ດອກ​ໄມ້, ດອກ​ໄຟ​ນາໆ​ສີເພື່ອ​ສະເຫຼີ​ມສະຫຼອງ ວັນ​ວິສາຂະບູຊາ - ພສ 2557. ພະສົງ​ສາມະ​ເນນ, ພຸດ​ທະ​ສາສະ​ນິກກະ​ຊົນ ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ກຸສົນ​ຄື: ມອບ​ຂອງຂວັນ​ນັບ​ພັນ​ພຸດ​ໃຫ້​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ ດີ​ໂອ​ຊິນ, ​ເດັກນ້ອຍ​ທຸກ​ຍາກ, ສ້າງ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ​ 20 ຫຼັງ​ໃຫ​້​ແກ່​ຄົນ​ທຸກ​ຍາກ​ຢູ່​ແຂວງ ກ໋ວາງ​ນາມ, ​ແລະ ນະຄອນ ດ່າ​ໜັງ. ພະ​ອາຈານ ທິກ​ທົງ​ດ້າວ, ຫົວໜ້າ​ເລຂາ​ສະມາຄົມ​ພຸດ​ທະ​ສາສະໜາ​ນະຄອນ ດ່າ​ໜັງ, ​ໃຫ້​ຮູ້​ວ່າ:

“ປີ​ນີ້, ສະມາຄົມ​ພຸດທະ​ສາສະໜາ​ນະຄອນ ດ່າ​ໜັງ ໄດ້ປະຕິບັດ​ພິທີ​​ດ້ວຍຄວາມ​​ປະຢັດເພື່ອໃຊ້ເງິນ​ເຮັດ​ວຽກ​ງານ​ກຸສົນ​ສັງຄົມ​​ໃຫ້​ພໍ່​ແມ່​ປະຊາຊົນຢ່າງແທດ​ຈິງຄື: ສ້າງ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ, ມອບ​ຂອງຂວັນ​ໃຫ້​ຄົນ​ທຸກ​ຍາກ.​.​.​”

        ຢູ່​ນະຄອນ ຍາ​ຈາງ, ​ແຂວງ ​ແຄ໋ງຮ່ວາ, ​ໄດ້​ດຳ​ເນີນງານ​ວາງສະ​ແດງ​ຮູບ​ພາບ ແລະ ຈັດງານພົບ​ປະ​ແລກປ່ຽນ​ດ້ວຍ​ຫົວ​ເລື່ອງ “ຕົວ​ພະຍານ​ຫຼັກ​ຖານ ​ແລະ ຍຸກ​ສະ​ໄໝ”. ທີ່​ວັດ​ແຫ່ງ​ຕ່າງໆ​ຂອງ​ເມືອງ​ເກາະ ​ເຈື່ອງ​ຊາ, ພະສົງ​ສາມະ​ເນນ, ພຸດ​ທະ​ສາສະ​ນິກກະ​ຊົນ ​ເປັນ​ຈຳນວນ​ຫຼວງ​ຫຼາຍ ​ໄດ້​ເຕົ້າ​ໂຮມ​ຢູ່​ວັດ​ແຫ່ງ​ຕ່າງໆ ​ເພື່ອ​ປະດັບ​ປະດາ​ວັດ ​ແລະ ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ ວັນ​ວິສາຂະບູຊາ. ພະ​ອາຈານ ທິກ​ແຄ່ງ​ຮ່ວາ, ເຈົ້າ​ອະທິການ​ວັດ​ເຈື່ອງ​ຊາ ​ໃຫຍ່ ​, ​ເມືອງ​ເກາະ ​ເຈື່ອງ​ຊາ, ​ແຂວງ ​ແຄ໋ງຮ່ວາ, ​ໃຫ້​ຮູ້​ວ່າ:

“ຢູ່ ​ເຈື່ອງ​ຊາ ຍັງ​ມີ​ຄວາມ​ຫຍຸງ​ຍາກ​ຫຼາຍ​ຢ່າງ​ແຕ່​ໄດ້​ຈັດພິທີຢ່າງກົມກຽວ. ວັນ​ທີ 8/4 ຜ່ານ​ມາ ​ໄດ້​ດຳ​ເນີນ​ພິທີຫົດສົງ, ປະຊາຊົນ, ທະຫານ​ໃນ​ເກາະ​ໄດ້​ຖະຫວາ​ບທູບ​ທຽນ, ​ເຂົ້າ​ຮ່ວມ​ພິທີ​ຫົດສົງ. ”

ແລະກໍ່ໃນຕອນ​ຄຳ່​ວັນ​ທີ 22/5, ຢູ່​ສວນສາທາລະນະ ​ເທືອງ​ບາກ, ນະຄອນ ​ເຫ້ວ, ຄະນະ​ບໍລິຫານ​ງານ​ສະ​ມາ​ຄົມພຸດທະ​ສາສະໜາ​ແຂວງ ​ເທື່ອ​ທຽນ​ເຫ້ວ ​ໄດ້​ຈັດ​ຕັ້ງ​ພິທີ​​ແຫ່​ຂະ​ບວນດ້ວຍລົດ​ທີ່​ໄດ້​ຮັບ​ການປະດັບ​ປະດາ​ເນື່ອງ​ ໃນ​ໂອກາດ​ງານ​ບຸນ​ວິສາຂະບູຊາ - ພສ 2557. ລົດ​ປະດັບ​ປະດາ 74 ຄັນ​ນັ້ນໄດ້​​ໄປ​ຜ່ານ​ຖະໜົນສາຍ​ຕົ້ນ​ຕໍ່​ຢູ່​ນະຄອນ ​ເຫ້ວ ​ນຳ​ເອົາ​ສານ​ຂອງ​ບັນດາ​ສາສະ​ນິກກະ​ຊົນ, ພຸດທະສາ​ສະ​ນິກກະ​ຊົນ​ກ່ຽວ​ກັບ​ວັນ​ວິສາຂະບູຊາ. ປະຊາຊົນ ​ແລະ ​ແຂກ​ທ່ອງ​ທ່ຽວ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ລົງ​ຖະໜົນ​ເພື່ອ​ຊົມ​ຂະ​ບວນລົດ​ ປະດັບ​ປະດາ​ນີ້.

    ພ້ອມ​ກັບ​ການ​​ແຫ່​ຂະ​ບວນດ້ວຍລົດ​ປະດັບ​ປະດາ​ນັ້ນ, ​ໃນ​ສັບປະດາ​ສະ​​ເຫຼີ​ມ​ສະຫຼອງ​ວັນ ວິ​ສາຄະ​ບູຊາ, ຢູ່​ນະຄອນ ​ເຫ້ວ ຍັງ​ດຳ​ເນີນ​ພິທີ​ລອຍກະ​ໂທ​ງ​ໃນ​ແມ່​ນ້ຳ ​ເຮືອງ, ຫົດສົງ ​ແລະ ຂະ​ບວນ​ແຫ່​ພະພຸດ.
ກ່ອນ​ໜ້າ​ນັ້ນ, ວັນ​ທີ 21/5, ການ​ນຳ​​ແຂວງ ​ເທື່ອ​ທຽນ​ເຫ້ວ ​ໄດ້​ໄປຢ້ຽມຢາມ, ​ອວຍພອນຄະນະ​ບໍລິຫານ​ງານ​ສະມາຄົ​ມພຸດທະ​ສາສະໜາ ​ແຂວງ ​ເທື່ອ​ທຽນ​ເຫ້ວ​ເນື່ອງ​ໃນ​ໂອກາດ​ພິທີງານ​ບຸນວິສາຂະບູຊາ 2013, ພ້ອມ​ທັງ​ຕີ​ລາຄາ​ສູງ​​ການ​ປະກອບສ່ວນ​ຂອງ​ບັນດາ​ຜູ້​ມີ​ຍົດ​ຖາ​ບັນດາ​ສັກ, ພຸດທະສາສະ​ນິກກະ​ຊົນ ​ເຂົ້າ​ໃນ​ຜົນງານ​​ໃນ​ການ​ພັດທະນາ​ເສດຖະກິດ, ສັງຄົມ​ຂອງ​ແຂວງ, ສະ​ແດງ​ມູນ​ເຊື້ອ​ຂອງ​ພຸດ​ທະ​ສາສະໜາ​ຕາມ​ຈິດ​ໃຈ “ທຳ​ມະ - ຊົນ​ຊາດ - ສັງຄົມ​ນິຍົມ.”

ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດ ງານບຸນວິສາຂະບູຊາ ພສ 2557 - ảnh 2
​ພິທີ​ລອຍກະ​ໂທ​ງ​ໃນ​ແມ່​ນ້ຳ ​ເຮືອງ
(ພາບ: phunuonline.com.vn)

ໃນ​ຂະນະ​ນັ້ນ, ຢູ່​ແຂວງ ບິນ​ເຢືອງ, ວັນ​ທີ 23/5, ການ​ນຳ​ແຂວງ ​ໄດ້​ໄປ​ຢ້ຽມຢາມ, ມອບ​ຂອງຂວັນ, ອວຍພອນ​ບັນດາ​ຜູ້​ມີ​ຍົດ​ຖາ​ບັນດາສັກ ​ໃນ​ແຂວງ. ​ເນື່ອງ​ໃນ​​ໂອກາດ​ນີ້,  ອົງຄະ​ນະ​ພັກ​ແຂວງ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແຂວງ ບາກ​ລຽວ ​ໄດ້​ຈັດ​ຕັ້ງ​ພິທີ​ພົບ​ປະ​ສັງ​ສັນ​ບັນດາ​ພະ​ອາຈານ, ພະສົງ, ​ເຈົ້າ​ອະທິການ​ວັດ​ແຫ່ງ​ຕ່າງ​ໆ​ໃນ​ບໍລິ​ເວນ​ແຂວງ.

   


 

ຂ່າວ/ບົດ​ອື່ນ