ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຫວຽດນາມທີ 2 ກັນຍາຢູ່ຕ່າງປະເທດ
(ພາບປະກອບ)
(vovworld) – ຕອນຄໍ່າວັນທີ 06/09, ຢູ່ບຣຸກແຊນ, ປະເທດແບນຊິກ, ສະຖານທູດຫວຽດນາມ ປະຈຳລາຊະອານາຈັກ ແບນຊິກ ແລະ Luxembourg ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດວິສາມັນ ຜຸ້ມີອຳນາດເຕັມແຫ່ງສສ.ຫວຽດນາມ ປະຈຳແບນຊິກ ແລະ Luxembourg ເວືອງເທື່ອຟອງ, ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງພໍ່ແມ່ປະຊົນອາໄສຢູ່ນີ້ ສຳລັບປະເທດປະຈຳຖິ່ນ, ກໍຄືພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ຊາວຫວຽດນາມ ອາໄສຢູ່ ແບນຊິກ ໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ ແລະ ສະໜັບສະໜູນປະເທດ ໃນບັນຫາທະເລຕາເວັນອອກ.
ທີ່ນະຄອນຫຼວງ Maputo, ຫວ່າງແລ້ວນີ້, ສະຖານທູດຫວຽດນາມ ປະຈຳ ໂມຊຳບິກ ໄດ້ຈັດພິທີຕ້ອນຮັບແຂກ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນຊາດທີ 2 ກັນຍາ. ເນື່ອງໃນໂອກາດນີ້, ສະຖານທູດຫວຽດນາມ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ໂມຊຳບິກ ໄດ້ຈັດການເຄື່ອນໄຫວຫຼາຍຢ່າງອຸດົມສົມບູນຄື: ງານວາງສະແດງຮູບພາບ ແລະ ເອກະສານ ກ່ຽວກັບການພົວພັນທາງການທູດໄລຍະ 40 ປີລະຫວ່າງ 2 ປະເທດ, ການໂອ້ລົມສົນທະນາກ່ຽວກັບ 70 ປີແຫ່ງວັນການທູດຫວຽດນາມ…
ນອກນັ້ນ, ປະຊາຄົມຊາວຫວຽດນາມ ພວມດຳລົງຊີວິດ, ເຮັດວຽກຢູ່ ມາກາວ (ຈີນ) ແລະ ສະຖານກົງສູງໃຫຍ່ຫວຽດນາມ ປະຈຳ Mumbai ກໍຈັດການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນຊາດທີ 2 ກັນຍາເຊັ່ນດຽວກັນ.