ການເຄື່ອນໄຫວຕ່າງໆໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດອົດສະຕາລີ-ຫວຽດນາມ

(VOVWORLD) -ຕອນຄ່ຳວັນທີ 05 ເມສາ, ສະຖານກົງສູນໃຫຍ່ອົດສະຕາລີ ປະຈຳນະຄອນໂຮ່ຈິມິນ ໄດ້ຈັດຕັ້ງລາຍການ Taste of Australia 2018, ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດອົດສະຕາລີ - ຫວຽດນາມ.

ການເຄື່ອນໄຫວຕ່າງໆໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດອົດສະຕາລີ-ຫວຽດນາມ - ảnh 1ລາຍການ Taste of Australia 2018

(ພາບ: TTXVN)

Taste of Australia 2018 ໄດ້ແນະນຳສະບຽງອາຫານ, ເຄື່ອງດຶ່ມຂອງອົດສະຕາລີ; ໂຄສະນາສິລະປະອາຫານການກິນ ແລະ ຂົງເຂດບຳລຸງສ້າງອາຊີບພ່ໍຄົວ, ແມ່ຄົວລະດັບສາກົນຂອງອົດສະຕາລີ.

        ທີ່ພິທີ, ທ່ານ Mark Coulton, ລັດຖະມົນຕີຄວບຕຳແໜ່ງກະຊວງການຄ້າ, ທ່ອງທ່ຽວ ແລະ ລົງທຶນອົດສະຕາລີ ແບ່ງປັນວ່າ: ປີ 2018, ອົດສະຕາລີ ແລະ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ໄລຍະຜ່ານມາ, 2 ປະເທດໄດ້ຍົກລະດັບການພົວພັນ 2 ຝ່າຍໃຫ້ຂຶ້ນສູ່ລະດັບການພົວພັນຄູ່ຮ່ວມມືຍຸດທະສາດ, ນີ້ແມ່ນເຫດການມີຄວາມໝາຍສຳຄັນພິເສດ. 2 ຝ່າຍມີກາລະໂອກາດຢ່າງໃຫຍ່ຫຼວງເພື່ອພັດທະນາການພົວພັນຮ່ວມມືດ້ານການຄ້າໃຫ້ກ້າວໄປໄກກວ່າອີກ.

        ສ່ວນທ່ານຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ເລແທງລຽມ ໃຫ້ຮູ້ວ່າ, Taste of Australia 2018 ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ຈັບອົກຈັບໃຈ, ນຳມາໃຫ້ປະຊາຊົນນະຄອນໂຮ່ຈິມິນ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ ບັນດາພຶດຕິກຳທີ່ໃໝ່ອ່ຽມດ້ານສີສັນວັດທະນະທຳຂອງອົດສະຕາລີ.

ຕອບກັບ

ຂ່າວ/ບົດ​ອື່ນ