ໂດຍສືບຕໍ່ການພົບປະກັບຜູ້ມີສິດເລືອກຕັ້ງພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13, ວັນທີ 29 ພະຈິກ, ບັນດາ ສສຊ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງຢູ່ບັນດາທ້ອງຖີ່ນ.
ຕອນເຊົ້າວັນທີ 29 ພະຈິກ, ທ່ານປະທານປະເທດ ເຈືອງເຕີນຊາງ ແລະ ບັນດາ ສສຊ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງເມືອງ 3 ນະຄອນ ໂຮ່ຈິມິນ ເພື່ອລາຍງານໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຫວຽດນາມ ຊຸດທີ 13. ບັນດາ ສສຊ ໃຫ້ຮູ້ວ່າ ລາຍການເຮັດວຽກຂອງກອງປະຊຸມຄັ້ງຜ່ານມາແມ່ນຫຼາຍວຽກງານພໍສົມຄວນ, ແຕ່ໄດ້ປະສົບຜົນສຳເລັດຢ່າງຈົບງາມ. ສະພາແຫ່ງຊາດບໍ່ພຽງແຕ່ປຶກສາຫາລືກ່ຽວກັບສະພາບການເສດຖະກິດ - ສັງຄົມປີ 2012 ເທົ່ານັ້ນ, ຫາກນັບທັງໄລຍະ 5 ປີ 2006 - 2010 ອີກດ້ວຍ, ພ້ອມກັນນັ້ນໄດ້ວາງແຜນການພັດທະນາເສດຖະກິດສັງຄົມປີ 2012 ຕິດພັນກັບໄລຍະ 5 ປີ 2011 - 2015. ຜູ້ມີສິດເລືອກຕັ້ງເມືອງ 3 ໄດ້ເຫັນດີກັບໝາກຜົນຂອງສະໄໝປະຊຸມຄັ້ງຜ່ານມາ, ພິເສດແມ່ນໃນການເຄື່ອນໄຫວຊັກຖາມ, ຕອບຄຳຊັກຖາມ ແລະ ໂຄງການສ້າງກົດໝາຍ. ຜູ້ມີສິດເລືອກຕັ້ງປາດຖະໜາວ່າ ສະພາແຫ່ງຊາດ ແລະ ລັດຖະບານເອົາໃຈໃສ່ກວ່າອີກ, ຕັດສິນໃຈໃນການປ້ອງກັນ,ຕ້ານໄພສໍ້ລາດບັງຫຼວງ, ຫຼຸດຜ່ອນອຸບັດຕິເຫດທາງຄົມມະນາຄົມ, ສະພາບລົດຕິດ ແລະ ຍົກສູງຄຸນນະພາບດ້ານການສຶກສາກວ່າອີກ.
ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ອະທິບາຍ, ໃຫ້ຄຳຕອບຕໍ່ແຕ່ລະໝວດຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ, ໃນນັ້ນໄດ້ເນັ້ນໜັກເຖິງບົດບາດຕິດຕາມກວດກາຂອງຜູ້ມີສິດເລືອກຕັ້ງທີ່ມີຕໍ່ ສສຊ.
“ ນອກຈາກການປະກອບຄຳຄິດຄຳເຫັນລວມພາຍຫຼັງຮັບຟັງບົດລາຍງານຂອງພວກຂ້າພະເຈົ້າແລ້ວ, ບັນດາຜູ້ມີສິດເລືອກຕັ້ງໄດ້ມີຂໍ້ສັງເກດ, ຕີລາຄາກອງປະຊຸມ, ປະກອບບັນດາຄຳເຫັນຢ່າງລະອຽດ, ນັ້ນແມ່ນຜູ້ມີສິດເລືອກຕັ້ງຕິດຕາມກວດກາ ສສຊ ໂດຍກົງ, ອັນນີ້ແມ່ນຈຸດດີຄວນໄດ້ຣັບການເສີມຂະຫຍາຍ. ເຮັດແນວໃດເພື່ອໃຫ້ສະພາແຫ່ງຊາດຂອງພວກເຮົານັບມື້ນັບສະແດງບົດບາດໜ້າທີ່,ຕາມລະບຽບກົດໝາຍ, ສິດ ແລະ ພັນທະຂອງພົນລະເມືອງ. ບັນດາແນວຄວາມຄິດທີ່ຜູ້ມີສິດເລືອກຕັ້ງປະກອບຂ້າພະເຈົ້າໄດ້ຣັບຟັງ, ຈົດໄວ້ ແລະ ຈະມີບັນດາການຊັ່ງຊາ, ຄິດໄລ່ຕໍ່ໄປ.”
ວັນທີ 29 ພະຈິກ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ແລະ ຄະນະ ສສຊ ແຂວງ ຮ່າຕິງ ໄດ້ມີການພົວປະກັບຜູ້ມີສິດເລືອກຕັ້ງນະຄອນ ຮ່າຕິງ ແລະ ເມືອງ ການໂລກ, ແຂວງຮ່າຕິງ. ທ່ານປະນສະພາແຫາງຊາດ ຫງວຽນຊິງຮູ່ງ ໄດ້ຖືວ່າ ປີນີ້ໃນສະພາບທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງແຕ່ລັດຖະບານໄດ້ມານະພະຍາຍາມປະຕິບັດບັນດາມາດຕະການແກ້ໄຂກ່ຽວກັບດ້ານເສດຖະກິດ ແລະ ການຄ້າ. ລັດຖະບານຕັດສິນໃຈໃນປີ 2012 ນຳດັດຊະນີເງິນເຟີ້ລົງເຫຼືອພຽງ 1 ຕົວເລກ. ວຽກງານປ້ອງກັນຕ້ານໄພສໍ້ລາດບັງຫຼວງຍາມໃດກໍ່ໄດ້ຮັບການເອົາໃຈໃສ່ຈາກພັກ ແລະ ລັດ .