(vovworld) – ຕອນບ່າຍວັນທີ 09/09, ທີ່ວໍຊິງຕັນ ດີຊີ, ປະເທດອາເມລິກາ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ, ໄດ້ມີການພົບປະກັບທ່ານປະທານຜູ້ປະຈຳການກິຕິມະສັກສະພາສູງອາເມລິກາ Patrick Leahy. ຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຢືນຢັນວ່າ, ຍາມໃດສະພາແຫ່ງຊາດຫວຽດນາມ ກໍສະໜັບສະໜູນ ແລະ ຖືການພົວພັນກັບອາເມລິກາ ເປັນສຳຄັນ; ປາດຖະໜາຢາກເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານກັບອາເມລິກາຢ່າງເລິກເຊິ່ງກວ່າອີກ ຕາມທິດແທດຈິງ, ມີປະສິດທິຜົນໃນທຸກຂົງເຂດ 2 ຝ່າຍ, ພາກພື້ນ ແລະ ທົ່ວໂລກ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ວັດທະນາຖາວອນຂອງພາກພື້ນ ແລະ ໃນໂລກ.
ຕໍ່ຈາກນັ້ນ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ມີການພົບປະກັບທ່ານສະມາຊິກສະພາສູງງອາເມລິກາ John McCain. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ສະເໜີໃຫ້ສະພາແຫ່ງຊາດ 2 ປະເທດສ້າງຕັ້ງກົນໄກເຈລະຈາປະຈຳໄລຍະ, ສ້າງຕັ້ງບັນດາລາຍການແລກປ່ຽນ, ແບ່ງປັນຂໍ້ມູນຂ່າວ, ບົດຮຽນໃນບັນດາຂົງເຂດວຽກງານວິຊາສະເພາະຂອງສະພາແຫ່ງຊາດ ແລະ ບັນດາບັນຫາທີ່ຕ່າງຝ່າຍຕ່າງທີຄວາມສົນໃຈ. ສ່ວນທ່ານ John McCain ສະແດງຄວາມຫວັງວ່າ, ຫວຽດນາມ ແລະ ອາເມລິກາ ພ້ອມກັບຝ່າຍຕ່າງໆບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບສັນຍາ TPP ໂດຍໄວ, ຜ່ານນັ້ນຊຸກຍູ້ການພົວພັນ 2 ຝ່າຍ ແລະ ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ປະຊາຊົນ 2 ປະເທດ.
ກ່ອນໜ້ານັ້ນ, ໃນຕອນບ່າຍວັນທີ 08/09, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ມີການພົບປະກັບທານລັດຖະມົນຕີວ່າການການຕ່າງປະເທດອາເມລິກາ John Kerry. ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເນັ້ນໜັກວ່າ, ຫວຽດນາມ ປາດຖະໜາຢາກເພີ່ມທະວີ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານກັບອາເມລິກາ ເລິກເຊິ່ງກວ່າ, ຕາມທິດແທດຈິງ, ມີປະສິດທິຜົນກວ່າ. ທ່ານ John Kerry ໃຫ້ຮູ້ວ່າ, ອາເມລິກາ ພ້ອມແລ້ວທີ່ຈະຮ່ວມມືກັບສະພາແຫ່ງຊາດຫວຽດນາມ ໃນວິວັດການສ້າງ, ປັບປຸງບັນດາປະມວນກົດໝາຍໃຫ້ເໝາະສົມກັບລັດຖະທຳມະນູນປີ 2013; ເພີ່ມທະວີການຮ່ວມມືກັບຫວຽດນາມ ໃນບັນດາບັນຫາມະນຸດສະທຳ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ.
ເມື່ອແລກປ່ຽນກ່ຽວກັບບັນຫາທະເລຕາເວັນອອກ, 2 ຝ່າຍເຫັນດີເພີ່ມທະວີການຮ່ວມມື ເພື່ອແນໃສ່ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ ເພື່ອຜົນປະລວມຂອງພາກພື້ນ ແລະ ໃນໂລກ, 2 ຝ່າຍໄດ້ເຫັນດີຊຸກຍູ້ບັນດາອົງການທີ່ກ່ຽວຂ້ອງຍູ້ໄວວິວັດທະນາການເຈລະຈາລົງນາມໃນສັນຍາການຄ້າຂ້າມປາຊີຟິກ (TPP) ໂດຍໄວ ເພື່ອຜົນປະໂຫຍດຂອງ 2 ປະເທດ.
ແລະກໍໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ໃຫ້ການຕ້ອນຮັບຜູ້ຕາງໜ້າຫ້ອງການການຄ້າອາເມລິກາ ເຂົ້າຢຽມຂໍ່ານັບຕາມພິທີການທູດ.