ທ່ານນາງຮອງປະທານປະເທດ ຫວຽດນາມ Nguyen Thi Doan
ພາບ: internet
|
(vovworld) - ວັນທີ 17/11, ທ່ານນາງຮອງປະທານປະເທດ ຫວຽດນາມ Nguyen Thi Doan ໄດ້ລົງເຂົ້າຮ່ວມພິທີລະນຶກ 30 ປີແຫ່ງວັນຄູແຫ່ງຊາດ ຫວຽດນາມ (20/11/1982 - 20/11/2012) ແລະ ມອບນາມມະຍົດວິລະຊົນແຮງງານໄລຍະປ່ຽນແປງໃຫມ່ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍ Yen Khanh A ເມືອງYen Khanh ແຂວງ Ninh Binh. ກ່າວຄຳເຫັນນະທີ່ນີ້, ທ່ານນາງຮອງປະທານປະເທດ Nguyen Thi Doan ໄດ້ຮັບຮູ້ບັນດາຜົນງານດີເດັ່ນຂອງໂຮງຮຽນໃນພາລະກິດສຶກສາ, ບຳລຸງສ້າງ ປະກອບສ່ວນສ້າງສາບາ້ນເກີດເມືອງນອນ ແລະ ປະເທດຊາດ. ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ໄດ້ລົງຢ້ຽມຢາມ ແລະ ອວຍພອນຄູອາຈານໂຮງຮຽນມັດທະຍົມຕອນປາຍ Kim Lien ນະຄອນ ຮ່າໂນ້ຍ. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ເນັ້ນຫນັກວ່າ: ຖັນແຖວຄູອາຈານ ຕ້ອງເສີມຂະຫຍາຍຄວາມມີຫົວຄິດປະດິດສ້າງ, ສູ້ຊົນຢ່າງບໍ່ຢຸດຢັ້ງ, ຍົກສູງລະດັບຄວາມຮູ້, ຜ່ານຜ່າຄວາມຫຍຸ້ງຍາກເພື່ອສຳເລັດຫນ້າທີ່ການສິດສອນໃຫ້ດີເດັ່ນ.