ການເຄື່ອນໄຫວສະເຫຼີມ ສະຫຼອງ97ປີແຫ່ງວັນ ການປະຕິວັດເດືອນ ຕຸລາລັດເຊຍ
(ພາບ: http://vtv.vn )
(vovworld)- ວັນທີ 7/11, ຢູ່ສະຫະພັນລັດເຊຍ, ໄດ້ຈັດໃຫ້ມີບັນດາການເຄື່ອນໄຫວຢ່າງຟົດຟື້ນມ່ວນຊື່ນເພື່ອສະເຫຼີມສະຫຼອງ 97 ປີແຫ່ງວັນການປະຕິວັດເດືອນຕຸລາລັດເຊຍ (7/11/1917-7/11/2014). ຕອນບ່າຍຂອງວັນທີ 7/11, ຕາມເວລາທ້ອງຖິ່ນ ໄດ້ຈັດການແຫ່ຂະບວນລຽບຕາມເສັ້ນທາງພາໄປເຖິງໃຈກາງນະຄອນຫຼວງມົດສະກູ ແລະ ຈັດງານໂຮມຊຸມນຸມມິດຕິງຂະໜາດໃຫ່ຍຢູ່ອະນຸສາວະລີ Karl Marx ມໍ່ກັບຈັດຕຸລັດແດງທີ່ນະຄອນຫຼວງມົດສະກູ.
ເນື່ອງໃນໂອກາດນີ້, ຕອນເຊົ້າວັນທີ 7/11, ຢູ່ຮ່າໂນ້ຍ, ຄະນະຜູ້ແທນນະຄອນຮ່າໂນ້ຍ ໄດ້ໄປວາງພວມມາລາຢູ່ອະນຸສາວະລີເລນິນ ເພື່ອສະແດງໃຫ້ເຫັນຄວາມຮູ້ບຸນຄຸນອັນເລິກເຊິ່ງຕໍ່ການນຳຜູ້ຍິງໃຫ່ຍ, ນັກການເມືອງທີ່ປີຊາສາມາດ, ອາຈານຂອງຊົນຊັ້ນກຳມະກອນ, ປະຊາຊົນຜູ້ອອກແຮງງານທົ່ວໂລກ ແລະ ການປະຕິວັດເດືອນຕຸລາລັດເຊຍ.
ແລະ ກໍ່ໃນວັນດຽວກັນ, ໃນໜ້າທຳອິດຂອງບັນດາໜັງສືພິມໃຫ່ຍຂອງຫວຽດນາມ ໄດ້ລົງພິມຮູບ, ບົດຂຽນສະເຫຼີມສະຫຼອງເຫດການປະຫວັດສາດທີ່ຍິ່ງໃຫ່ຍນີ້. ໜັງສືພິມປະຊາຊົນ ແລະ ກອງທັບປະຊາຊົນ ໄດ້ລົງພິມຮູບທ່ານເລນິນ ອ່ານສູນທອນພົດຢູ່ຈັດຕຸລັດແດງທີ່ນະຄອນຫຼວງມົດສະກູ. ໜັງສືພິມກອງທັບປະຊາຊົນ ມີບົດຂຽນດ້ວຍຫົວຂໍ້ “ບົດຮຽນປະດິດສ້າງຈາກການປະຕິວັດເດືອນຕຸລາລັດເຊຍ“.
ໃນໂອກາດນີ້, ເມື່ອແລກປ່ຽນກັບນັກຂ່າວວິທະຍຸກະຈາຍສຽງຫວຽດນາມ, ທ່ານຫວຸ້ຊວນຮົ່ງ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໃຫ້ຮູ້ວ່າ:
“ອາດເວົ້າໄດ້ວ່າ, ຖ້າຫາກບໍ່ມີການປະຕິວັດເດືອນຕຸລາລັດເຊຍ ນັ້ນ, ຈະບໍ່ມີປະເທດຫວຽດນາມ ຄືທຸກວັນນີ້. ປະຊາຊົນຫວຽດນາມ ສະແດງຄວາມຮູ້ບຸນຄຸນຕໍ່ປະຊາຊົນລັດເຊຍ, ມີຄວາມເອກອ້າງທະນົງໃຈກ່ຽວກັບສາຍພົວພັນລະຫວ່າງສອງປະເທດ. ສຳລັບພວກຂ້າພະເຈົ້າຜູ້ທີ່ເຄີຍຮຽນຢູ່ລັດເຊຍ ແລ້ວ, ຍັງມີຄວາມຮູ້ບຸນຄຸນຕໍ່ອາຈານຜູ້ທີ່ໄດ້ສອນທັງຄວາມຮູ້ດ້ານການເມືອງ ແລະ ທັງນ້ຳໃຈການເຄືອ່ນໄຫວປະຕິວັດເພື່ອຮັບໃຊ້ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຫວຽດນາມ ອີກດ້ວຍ“./.