ການເຄື່ອນໄຫວສະເຫຼີມສະຫຼອງ 35 ປີແຫ່ງວັນ ຄົນພິການຫວຽດນາມ


 ການເຄື່ອນໄຫວສະເຫຼີມສະຫຼອງ 35 ປີແຫ່ງວັນ ຄົນພິການຫວຽດນາມ - ảnh 1
ທ່ານປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ​ຫງວຽນ​ທ້ຽນ​ເຍີນ ໄດ້​ພົບ​ປະ​ກັບ​ຜູ້​ແທນ​ຄົນ​ພິ​ການ​​

(vovworld)- ວັນ​ທີ 18/4, ຢູ່​ຮ່າ​ໂນ້ຍ, ໄດ້​ດຳ​ເນີນ​ວັນ​ບຸນ​ຄົນ​ພິ​ການ​ເຊື່ອມ​ຕົວ​ເຮັດ​ວຽກກັບ​ສັງ​ຄົມ​ຄັ້ງ​ທີ 4. ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ໄດ້​ຖືກ​ຈັດ​ຂຶ້ນ​ເນື່ອງ​ໃນ​ໂອກາດນີ້ຄື : ເປີດ​ຊຸດ​ຮຽນ​ວິ​ຊາ​ຊີບ​ໂດຍບໍ່​ເສຍ​ຄ່າ​ໃຫ້​ແກ່​ຄົນ​ພິ​ການ, ໃຫ້​ຄຳ​ປຶກ​ສາ​ດ້ານ​ສຸ​ຂະ​ພາບ​ໃຫ້​ຄົນ​ພິ​ການ​, ເຜີຍ​ແຜ່​ບັນ​ດາ​ລະ​ບອບ, ນະ​ໂຍ​ບາຍ, ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ​ເຖິງ​ຄົນ​ພິ​ການ​….

     ເນື່ອງ​ໃນ​ໂອ​ກາດນີ້, ວັນ​ທີ 18/4, ຢູ່​ຮ່າ​ໂນ້ຍ ໄດ້​ຈັດ​ລາຍ​ການ​ສະ​ແດງ​ສິ​ລະ​ປະ “ ບັນ​ດາ​ຫົວ​ໃຈ​ບໍ່​ພິ​ການ” ຄັ້ງ​ທີ 4. ກ່າວ​ຄຳ​ເຫັນ​ໃນ​ລາຍ​ການ, ທ່ານ​ຮອງ​ປະ​ທານປະ​ເທດຫວຽດ​ນາມ ຫງວຽນ​ທິຢ​ວານ ຢືນ​ຢັນ​ວ່າ ພັກ, ລັດ ຍາມ​ໃດ​ກໍ​ສ້າງ​ເງື່ອນ​ໄຂ​ທີ່​ດີ​ທີ່​ສຸດ​ເພື່ອ​ເບິ່ງ​ແຍງ​ຄົນ​ພິ​ການ.

    ກ່ອນ​ໜ້ານັ້ນ, ໃນ​ວັນ​ທີ 17/4, ທ່ານປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ​ຫງວຽນ​ທ້ຽນ​ເຍີນ ໄດ້​ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນ​ຄົນ​ພິ​ການ​​ທີ່​ດີ​ເດັ່ນ​ໃນ​ທົ່ວ​ປະ​ເທດ​ປີ 2015. ທີ່​ການ​ພົບ​ປະ, ທ່ານປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ​ຫງວຽນ​ທ້ຽນ​ເຍີນ ໄດ້​ຮັບ​ຮູ້​ຄວາມ​ມາ​ນະ​ພະ​ຍາ​ຍາມ​ບືນ​ຕົວ​ຂຶ້ນ​ຂອງ ​ຄົນ​ພິ​ການ​​​ຫວຽດ​ນາມນັບ​ລ້ານ​ຄົນ. ທ່ານ​ສະ​ເໜີ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ​ຕ້ອງ​ສ້າງ​ບັນ​ດາ​ຮູບ​ແບບ​ການ​ຜະ​ລິດ​ທີ່​ແທດ​ເໝາະ​ກັບ ​ຄົນ​ພິ​ການ​​ແຕ່​ລະ​ປະ​ເພດ.
ຂ່າວ/ບົດ​ອື່ນ