ການເຄື່ອນໄຫວສະເຫຼີມສະຫຼອງ68ປີແຫ່ງວັນທະຫານເສຍອົງຄະ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢ່າງທ້ອງຖິ່ນຕ່າງໆ
(ພາບປະກອບ: TTXVN)
(vovworld) - ວັນທີ 21/07, ທ່ານນາງລັດຖະມົນຕີວ່າການກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຟ້າມທິຫາຍຈວ່ຽນ ແລະ ທ່ານນາງຫົວໜ້າກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດ ເຈືອງທິມາຍ ໄດ້ລົງຢ້ຽມຢາມ, ມອບຂອງຂວັນຢູ່ສູນປິ່ວປົວພະຍາດ, ບຳລຸງສຸຂະພາບໃຫ້ທະຫານເສຍອົງຄະ ຍໍກວານ, ນິງບິ່ງ. ຢື້ຢາມຖາມຂ່າວບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ ຢູ່ສູນດັ່ງກ່າວ, ທ່ານນາງ ຟ້າມທິຫາຍຈວ່ຽນ ຢືນຢັນວ່າ, ຍາມໃດພັກ ແລະ ລັດກໍເອົາໃຈໃສ່ ແລະ ມິບັນດານະໂຍບາຍໃຫ້ບຸລິມະສິດສຳລັບບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຄອບຄົວນະໂຍບາຍ ແລະ ຜູ້ມີຄຸນງາມຄວາມດີກໍ່ການປະຕິວັດ.
ໂດຍປະຕິບັດນະໂຍບາຍເບິ່ງແຍງດູແລບັນດາເປົ້າໝາຍຜູ້ມີຄຸນງາມຄວາມດີ, ສະແດງໃຫ້ເຫັນຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”, ເນື່ອງໃນໂອກາດນີ້, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ມອບຂອງຂວັນໃຫ້ 127.000 ກວ່າເປົ້າໝາຍທີ່ໄດ້ຊົມໃຊ້ນະໂຍບາຍສຳລັບທະຫານເສຍອົງຄະ, ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ.