(ສະຖານທູດຫວຽດນາມ ປະຈຳລາວ ໄດ້ຈັດງານລ້ຽງ
ສະເຫຼີມສະຫຼອງ 70 ປີແຫ່ງວັນຊາດຫວຽດນາມ ທີ 2/9)
(vovworld) - ຕອນຄຳ່ວັນທີ 28/8, ຢູ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ຈັດງານລ້ຽງ ສະເຫຼີມສະຫຼອງ 70 ປີແຫ່ງວັນຊາດຫວຽດນາມ ທີ 2/9 (2/9/1945-2/9/2015). ນະພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນແມ້ງຮຸ່ງ ໄດ້ທົບທວນຄືນບັນດາຂີດໝາຍປະຫວັດສາດອັນສະຫງ່າລາສີຂອງຊາດຫວຽດນາມ ໃນຕະຫຼອດ 70 ປີຜ່ານມາ. ທ່ານໃຫ້ຮູ້ວ່າ ໄຊຊະນະ ແລະ ຜົນງານແຕ່ລະຢ່າງຂອງປະຊາຊົນຫວຽດນາມ ໃນ 70 ປີຜ່ານມາ ລ້ວນແຕ່ມີການສະໜັບສະໜູນ, ການຊ່ວຍເຫຼືອອັນລຳ້ຄ່າຂອງເພື່ອນມິດສາກົນ, ພິເສດແມ່ນຄວາມສາມັກຄີ ແລະ ການຊ່ວຍເຫຼືອອັນໃຫຍ່ຫຼວງ, ຖາຍອ້າຍນ້ອງຂອງພັກ ແລະ ປະຊາຊົນລາວ.
ຕອນຄຳ່ວັນດຽວກັນ, ສະຖານທູດຫວຽດນາມ ປະຈຳອີຢີບ ກໍ່ຈັດຕັ້ງພິທີສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງຂະແໜງການທູດຫວຽດນາມ (28/8/1945-28/8/2015). ກ່າວຄວາມເຫັນທີ່ພິທີ. ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອີຢີບ ດ່າວແທ່ງຈູງ ຊີ້ແຈ້ງວ່າ:
“ຂ້າພະເຈົ້າຫວັງວ່າ, ໃນໄລຍະຈະມາເຖິງ, ໂດຍສືບທອດມູນເຊື້ອອັນສະຫງ່າລາສີຂອງລຸ້ນກ່ອນ, ພວກເຮົາຈະສຳເລັດໜ້າທີ່ເຊິ່ງພັກ, ລັດໄດ້ມອບໝາຍໃຫ້. ນັ້ນແມ່ນປະຕິບັດວຽກງານການທູດການເມືອງ, ການທູດເສດຖະກິດ, ການທູດວັດທະນະທຳ ແລະ ວຽກງານຊາວຫວຽດນາມ ຢູ່ຕ່າງປະເທດເປັນຢ່າງດີ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນລະຫວ່າງຫວຽດນາມ ກັບອີຢີບ ແລະ ປະເທດຕ່າງໆໃນທຸກຂົງເຂດ.“.
ໃນໂອກາດນີ້, ສະຖານທູດຫວຽດນາມ ປະຈຳອິນເດຍ, ສະຖານທູດຫວຽດນາມ ປະຈຳ ມາຣົກ ແລະ ສະຖານທູດຫວຽດນາມ ປະຈຳ ຈີເລ ກໍ່ຈັດຕັ້ງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນຊາດຫວຽດນາມ ທີ 2/9 ເຊັ່ນດຽວກັນ.