ປະຊາຊົນລັດເຊຍ ໃນວັນສະເຫຼີມສະຫຼອງ
(ພາບ: EPA/TTXVN)
(vovworld) – ວັນທີ 9/5, ສະຫະພັນລັດເຊຍ ໄດ້ຈັດຕັ້ງການສວນສະໜາມຄັ້ງຕ່າງໆຢູ່ 26 ນະຄອນໃນທົ່ວປະເທດເພື່ອແນໃສ່ສະເຫຼີມສະຫຼອງ 71 ປີແຫ່ງວັນໄຊຊະນະ ຟາດຊິດ. ລວມມີທະຫານເກືອບ 400 ພັນຄົນ ແລະ ພາຫະນະເຕັກນິກ 800 ຢ່າງເຂົ້າຮ່ວມເຫດການດັ່ງກ່າວ. ຈຸດພິເສດຂອງພິທີສະເຫຼີມສະຫຼອງວັນໄຊຊະນະ ຟາດຊິດປີນີ້ແມ່ນການເຄື່ອນໄຫວຂອງຂະບວນການສັງຄົມ “ກອງພັນໃຫຍ່ອະມະຕະ” ເຊິ່ງເລີ່ມຕົ້ນແຕ່ລັດເຊຍ ແລະ ໄດ້ແຜ່ຂະຫຍາຍອອກຢ່າງກ້ວາງຂວາງຢູ່ຫຼາຍປະເທດໃນໂລກຄື: ສ. ເຊັກໂກ, ອາເມລິກາ, ຝຣັ່ງ, ການາດາ.
ວັນທີ 8/5, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຝາກໂທລະເລກອວຍພອນເຖິງການນຳບັນດາປະເທດຂຶ້ນກັບ ໂຊວຽດເກົ່າຄື: ເບລາຣຸດ, ກາຢັກສະຖານ, ມົນໂດວາ… ພ້ອມກັບປະຊາຊົນ Gruzia ແລະ ຢູແກຼນ ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນໄຊຊະນະ ຟາດຊິດ.
ຕອນເຊົ້າວັນທີ 8/5, ຢູ່ນະຄອນຫຼວງ ປຣາຮາດ ທ່ານປະທານາທິບໍດີ ສ. ເຊັກໂກ Milos Zeman, ທ່ານນາຍົກລັດຖະມົນຕີ Bohuslav Sobotka, ທ່ານປະທານສະພາສູງ Milan Stech, ທ່ານປະທານສະພາຕຳ່ Jan Hamacek ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນໄຊຊະນະ ຟາດຊິດ ເຢຍລະມັນ. ເຂົ້າຮ່ວມພິທີຍັງມີບັນດາອະດີດນັກຮົບເກົ່າ ແລະ ບັນດານັກເຄື່ອນໄຫວສັງຄົມ ແລະ ມະຫາຊົນເປັນຈຳນວນຫຼວງຫຼາຍ.