ການເຄື່ອນໄຫວສະເຫລີມສະຫລອງ150ປີແຫ່ງວັນຄ້າຍວັນເກີດທ່ານMahatma Gandhi ຊາວອິນເດຍ ແມ່ນວິລະຊົນຂອງຊາດ

(VOVWORLD) -ວັນທີ  2 ຕຸລາ, ສະຖານກົງສູນໃຫຍ່ອິນເດຍ ປະຈຳ ນະຄອນໂຮ່ຈິມີນ ໄດ້ຈັດຕັ້ງພິທີສະເຫລີມສະຫລອງ 150 ປີແຫ່ງວັນຄ້າຍວັນເກີດຂອງທ່ານ Mahatma Gandi ຊາວອິນເດຍຊື່ງແມ່ນວິລະຊົນຂອງຊາດ. 

ທ່ານ Mahatma Gandi ເກີດວັນທີ 2 ຕຸລາ ປີ 1869 ແລະ ເຖິງແກ່ມໍລະນະກຳໃນວັນທີ 30 ພະຈິກປີ 1948. ທ່ານ ແມ່ນຜູ້ນຳພາການຕໍ່ຕ້ານຍາດເອົາເອກະລາດໃຫ້ແກ່ອິນເດຍ.

ປີ 2007, ມີປະມານ 140 ປະເທດ, ໃນນັ້ນ ມີຫວຽດນາມ ໄດ້ເປັນນັກອຸປະຖຳຮ່ວມໃຫ້ແກ່ມະຕິຂອງ ສະຫະປະຊາຊາດ ຖະແຫລງວັນທີ 2 ຕຸລາ - ວັນເກີດຂອງທ່ານ Mahatma Gandi ແມ່ນວັນສາກົນມີການຈາລະຈົນ. ທ່ານ ກໍ່ແມ່ນຫນຶ່ງໃນບັນດາການນຳທົ່ວໂລກຜູ້ທຳອິດເວົ້າເຖິງການພັດທະນາແບບຍືນຍົງ, ຕ້ານຄືນບັນດາສິ່ງທ້າທາຍຍ້ອນການປ່ຽນແປງຂອງດິນຟ້າອາກາດກໍ່ຂຶ້ນ ລວມທັງການນຳໃຊ້ພະນັກງານຜະລິດຄືນໃຫມ່, ປະຕິບັດກະສິກຳແບບຍືນຍົງ ແລະ ອະນຸລັກຮັກສາຊີວະນາໆພັນ.

ຕອບກັບ

ຂ່າວ/ບົດ​ອື່ນ