ຖະຫວາຍທູບທຽນຢູ່ສຸສານນັກຮົບເສຍສະຫລະຊີວິດເພື່ອຊາດ
ພາບ:internet
|
(vovworld)-ເນື່ອງໃນໂອກາດສະເຫລີມສະຫລອງ 66 ປີແຫ່ງວັນທະຫານເສຍອົງຄະນ, ນັກຮົບທີ່ເສຍສະຫລະຊີວິດເພື່ອຊາດ(27/7), ຕອນເຊົ້າວັນທີ 25/7, ຄະນະພະນັກງານ, ລັດຖະກອນ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ໄປຢື້ຢາມຖາມຂ່າວ ແລະ ມອບຂອງຂວັນໃຫ້ບັນດາທະຫານເສຍອົງຄະ, ທະຫານເຈັບປວຍ, ຜູ້ມີຄຸນງານຄວາມດີທີ່ພວມໄດ້ຮັບການເບິ່ງແຍງດູແລ, ປິນປົ່ວ ຢູ່ສູນປິ່ນປົວ, ຜູ້ມີຄຸນງານຄວາມດີແຂວງ ຟູ໋ທໍ້. ໂດຍຕາງໜ້າໃຫ້ພະນັກງານ, ກຳມະກອນວິທະຍຸກະຈາຍສຽງ ຫວຽດນາມ, ທ່ານ ເຈີນດັງຄວາ, ຮອງເລຂາຜູ້ປະຈຳການຄະນະພັກວິທະຍຸກະຈາຍສຽງ ຫວຽດນາມ ໄດ້ມອບຂອງຂວັນເຊິ່ງລວມມີເງິນ 20 ລ້ານດົ່ງ ແລະ ເຄື່ອງ radio 35 ໜ່ວຍໃຫ້ແກ່ບັນດາທະຫານເສຍອົງຄະ, ທະຫານເຈັບປວຍໄດ້ຜ່ານຜ່າຄວາມເຈັບປວດ, ປະກອບສ່ວນສຶກສາມູນເຊື້ອປະຕິວັດໃຫ້ແກ່ລຸ່ນລູກລຸ່ນຫຼານ.
ແລະ ກໍ່ເພື່ອສະເຫຼີມສະຫຼອງເຫດການນີ້, ຕອນຄຳ່ວັນ 24/7 ຢູ່ ຮ່າໂນ້ຍ, ໄດ້ດຳເນີນລາຍການພົບປະແລກປ່ຽນ ແລະ ສະແດງສິລະປະເພື່ອສະແດງຄວາມຮູ້ບຸນຄຸນຕໍ່ນັກຮົບເສຍສະຫລະຊີວິດເພື່ອຊາດ ກໍຄືເຊີດຊູ, ສະແດງຄວາມຮູ້ບຸນຄຸນຕໍ່ແມ່ຫວຽດນາມວິລະຊົນ, ແມ່ຫວຽດນາມມີລູກທີ່ເສຍສະຫລະຊີວິດເພື່ອຊາດ. ເນື່ອງໃນໂອກາດນີ້, ສະມາຄົມຫນູນຊ່ວຍຄອບຄົວມີນັກຮົບທີ່ເສຍສະຫລະຊີວິດເພື່ອຊາດ ໄດ້ມອບເຮືອນແຫ່ງສາຍຈິດມິດໃຈ 11 ຫລັງ, ປື້ມເງິນຝາກປະຢັດ 60 ຫົວ ແລະ ຂອງຂວັນເກືອບ 100 ພູດໃຫ້ແກ່ ໃຫ້ແກ່ບັນດາຄອບຄົວນັກຮົບທີ່ເສຍສະຫລະຊີວິດເພື່ອຊາດ, ແມ່ຫວຽດນາມວິລະຊົນ, ແມ່ນັກຮົບທີ່ເສຍສະຫລະຊີວິດເພື່ອຊາດປະສົບກັບຄວາມຫຍຸ້ງຍາກໃນທົ່ວປະເທດ.
ເນື່ອງໃນໂອກາດນີ້, ບັນດາທ້ອງຖິ່ນໃນທົ່ວປະເທດໄດ້ຕັ້ງຫນ້າປະຕິບັດ“ວຽກງານຕອບບຸນແທນຄຸນ”. ຢູ່ແຂວງ ຮ່າຕີ້ງ, ຄະນະຊາວຫນຸ່ມກອມມູນິດ ໂຮ່ຈິມີນ ໄດ້ຈັດຕັ້ງການຢື້ຢາມຖາມຂ່າວ, ລະດົມກຳລັງໃຈ, ຊ່ວຍເຫລືອບັນດາຄອບຄົວນັກຮົບເສຍສະຫລະຊີວິດເພື່ອຊາດ, ແມ່ຫວຽດນາມວິລະຊົນ, ທະຫານເສຍອົງຄະນ; ຈັດຕັ້ງການສ້ອມແປງເຮືອນຢູ່ ແລະ ກິດຈະກຳຮັບໃຊ້ຊີວິດການເປັນຢູ່ໃຫ້ແກ່ບັນດາຄອບຄົວໃນເປົ້າໝາຍນະໂຍບາຍຢ່າງແທດຈິງ. ແຂວງດັກລັກກໍໄດ້ຫັກເງິນຈາກງົບປະມານເກືອບ 5,5 ຕື້ດົ່ງເພື່ອມອບເປັນຂອງຂວັນໃຫ້ແກ່ເປົ້າໝາຍນະໂຍບາຍ 17.000 ຄົນ.