ການເຄື່ອນໄຫວຫລາຍຢ່າງສະເຫລີມສະຫລອງ86ປີແຫ່ງວັນສ້າງຕັ້ງຄະນະຊາວຫນຸ່ມກອມມູນິດໂຮ່ຈິມີນ
ການສະເຫລີມສະຫລອງ 86 ປີແຫ່ງວັນສ້າງຕັ້ງຄະນະຊາວຫນຸ່ມ
ກອມມູນິດໂຮ່ຈິມີນ
ພາບ:tuyengiao
|
(vovworld)- ໃນຂອບເຂດການສະເຫລີມສະຫລອງ 86 ປີແຫ່ງວັນສ້າງຕັ້ງຄະນະຊາວຫນຸ່ມກອມມູນິດໂຮ່ຈິມີນ, ຕອນເຊົ້າວັນທີ 26/3, ຢູ່ ມະຫາວິທະຍາໄລສ້າງຄູນະຄອນໂຮ່ຈິມີນໄດ້ຈັດຕັ້ງລາຍການ“ນັກສຶກສາສ້າງຄູກັບເຂດທະເລໝູ່ເກາະບ້ານເກີດເມືອງນອນ”. ຈຸດເດັ່ນຂອງລາຍການແມ່ນພິທີຍ້ອງຍໍພະນັກງານຄະນະຊາວຫນຸ່ມດີເດັ່ນ ແລະ ຮັບສະຫມັກສະມາຊີກຄະນະຊາວຫນຸ່ມໃຫມ່.
ຕອນເຊົ້າວັນດຽວກັນ, ຢູ່ ນະຄອນ ອຽນບາຍ ແຂວງ ອຽນບາຍ ໄດ້ຈັດຕັ້ງວັນແລ່ນ Olympic “ເພື່ອສຸຂະພາບຂອງປະຊາຊົນ”, ວັນບຸນຊາວຫນຸ່ມຂັ້ນແຂວງ, ວັນບຸນ ຄວາມປອດໄພຄົມມະນາຄົມ ດ້ວຍການເຄື່ອນໄຫວຫລາຍຢ່າງທີ່ດູດດື່ມ. ມີຊາວຫນຸ່ມ, ນັກຮຽນ, ນັກສຶກສາ, ພະນັກງານ, ກຳມະກອນ, ລັດຖະກອນ ແລະ ປະຊາຊົນນະຄອນ ອຽນບາຍປະມານ 6000 ຄົນໄດ້ເຂົ້າຮ່ວມພິທີໄຂບັນດາການເຄື່ອນໄຫວດັ່ງກ່າວ. ອ້າຍ ເລືອງແມ້ງຮ່າ, ຮອງເລຂາປະຈຳຄະນະຊາວຫນຸ່ມແຂວງ ອຽນບາຍ ໃຫ້ຮູ້ວ່າ:
“ຈັດຕັ້ງບັນດາການເຄື່ອນໄຫວເນື່ອງໃນໂອກາດວັນສ້າງຕັ້ງຄະນະຊາວຫນຸ່ມ, ພິເສດແມ່ນມຸ່ງໄປເຖິງກອງປະຊຸມໃຫຍ່ຄະນະຊາວຫນຸ່ມທຸກຂັ້ນ ອາຍຸການ 2017-2022 ແມ່ນການເຄື່ອນໄຫວມີປະໂຫຍດຢ່າງແທດຈິງ ສຳລັບບັນດາສະມາຊິກຄະນະຊາວຫນຸ່ມ. ນີ້ກໍແມ່ນຮູບການເພື່ອເຕົ້າໂຮມ, ສ້າງຄວາມສາມັກຄີໃນຊາວຫນຸ່ມນຳກັນ, ສ້າງບັນຍາກາດເບີກບານມ່ວນຊື່ນເພື່ອຮ່ຳຮຽນ ແລະ ປະຕິບັດວຽກງານໃຫ້ດີກວ່າ.”