ການເຄື່ອນໄຫວຫຼາຍຢ່າງສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດຫວຽດນາມ

ການເຄື່ອນໄຫວຫຼາຍຢ່າງສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດຫວຽດນາມ - ảnh 1

(vovworld) - ວັນ​ທີ 20/6, ຫ້ອງ​ວ່າການ​ປະທານ​ປະ​ເທດ​ຈັດ​ຕັ້ງ​ພິທີ​ເປີດ​ສະຫຼອງ​ເວັບ​ໄຊ vpetn.gov.vn. ນີ້​ແມ່ນ​ດວັບ​ໄຊ​ທາງ​ການ​ຂອງຫ້ອງ​ວ່າການ​ປະທານ​ປະ​ເທດ, ​ເຊິ່ງ​ໃນ​ນັ້ນ​ລວມມີ​ບັນດາ​ຂ່າວ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຊີ້​ນຳ​ບໍລິຫານ, ວຽກ​ງານ​ພາຍ​ໃນ, ການພົວພັນ​ຕ່າງປະ​ເທດ​ຂອງປະທານ​ປະ​ເທດ, ຮອງ​ປະທານ​ປ​ເທດ, ການ​ນຳຫ້ອງ​ວ່າການ​ປະທານ​ປະ​ເທດ. ການ​ເປີດ​ສະຫຼອງ​ເວັບ​ໄຊ​ນີ້​ມີ​ຄວາມ​ໝາຍ​ດ້ານ​ການ​ເມືອງ​ສຳຄັນ, ປະກອບສ່ວນ​ຊ່ວຍ​ປະຊາຊົນ, ຜູ້​ອ່ານ​ຊອກ​ຮູ້​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ການນຳ​ພັກ, ລັດ, ຈາກ​ນັ້ນ​ກຳ​ໄດ້​ແນວທາງ, ​ນະ​ໂຍບາຍຂອງ​ພັກ, ລັດ.

​ໃນ​ວັນ​ດຽວ​ກັນ, ອົງຄະ​ນະ​ພັກ​ນະຄອນ​ໂຮ່ຈີ​ມິນ ກໍ່​ຈັດ​ຕັ້ງ​ງານ​ພົບ​ປະ​ສ້າງສັນ​ກັບ​ວົງ​ການ​ຊື່​ມວນ​ຊົນ. ທີ່​ງານ​ພົບ​ປະ, ບັນດາ​ນັກ​ຂ່າວ​ອາວຸ​ໂສ​ໄດ້​ແບ່ງປັນ​ບົດຮຽນດ້ານ​ວິຊາ​ຊີບ ​ເພື່ອ​ໃຫ້​ນັກ​ຂ່າວ​ໜຸ່ມ​ສືບ​ທອດ​ບົນ​ເສັ້ນທາງ​ດຳ​ເນີນ​ອາຊີບ​ທັງ​ລຳບາກ ​ແຕ່​ກໍ່​ໜ້າ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຕົນ.

ພິທີ​ສະຫຼຸບ ​ແລະ ມອບ​ລາງວັນ​ສື່​ມວນ​ຊົນ​ແຫ່ງ​ຊາດ​ຄັ້ງ​ທີ 9 ປີ 2014 ກໍ່​ຖືກ​ຈັດ​ຂຶ້ນ​ກົງ​ກັບ​ໂອກາດ​ສະ​ເຫຼີ​ມສະຫຼອງ 90 ປີ ​ແຫ່ງ​ວັນ​ສື່​ມວນ​ຊົນ​ປະຕິວັດ​ຫວຽດນາມ ​ໃນ​ຕອນ​ຄຳ່​ວັນ​ທີ 21/6/2015, ຢູ່​ຮ່າ​ໂນ້ຍ. ມີ​ບົດ​ເສັງ 1.468 ບົດຈາກ​ສະມາຄົມ​ນັກ​ຂ່າວ​ແຂວງ, ນະຄອນ ​ແລະ ສະມາຄົມ​ນັກ​ຂ່າວ​ຂຶ້ນ​ກັບ​ສູນ​ກາງ​ເຂົ້າ​ຮ່ວມ​ການ​ເສັງ​. ສະພາ​ຈັດ​ຕັ້ງ​ການ​ເສັງ​ໄດ້​ເລືອກ​ເຟັ້ນລາງວັນທີ​ໜຶ່ງ 9 ລາງວັນ, ລາງວັນທີ​ສອງ 26 ລາງວັນ, ລາງວັນທີ​ສາມ 54 ລາງວັນ, ​ແລະ ລາງວັນ​ຊົມ​ເຊ​ີຍ 29 ລາງວັນ.

​ເນື່ອງ​ໃນ​ໂອກາດ​ນີ້, ຢູ່​ທ້ອງ​ຖີ່​ນຕ່າງໆ​ໃນ​ທົ່ວ​ປະ​ເທດ​ກໍ່​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງຫຼາຍ​ຢ່າງ​ເພື່ອ​ເຊີດ​ຊູ​ບັນດາ​ນັກ​ຂ່າວປະຕິວັດ​ຫວຽດນາມ.

 


ຂ່າວ/ບົດ​ອື່ນ