ການສະແດງສີລະປະໃນວັນກາບກອນ ຫວຽດນາມ ຄັ້ງທີ 15 ຈັດຕັ້ງຢູ່ ຮ່ວາບີ່ງ
(ພາບ: Nhan Sinh- TTXVN)
|
(vovworld) - ວັນທີ 9/2, ຢູ່ວິຫານບູຊາເຈົ້າຊີວິດ ມາຍຮັກເດ໋, ຕາແສງມາຍຟູ້, ເມືອງ ໂລກຮ່າ (ແຂວງ ຮ່າຕິ້ງ), ສະມາຄົມວັນນະຄະດີສີລະປະແຂວງ ຮ່າຕິ້ງ ໄດ້ສົມທົບກັບເມືອງ ໂລກຮ່າ ຈັດຕັ້ງວັນກາບກອນ ຫວຽດນາມ. ວັນກາບກອນ ຫວຽດນາມ ໄດ້ຮັບການຈັດຕັ້ງເພື່ອແນໃສ່ຢັ້ງຢືນ ແລະ ເຊີດຊູຄຸນຄ່າຂອງກາບກອນໃນຊີວິດທາງດ້ານວັດທະນະທຳຈິດໃຈ. ພິເສດ, ວັນກາບກອນ ຫວຽດນາມ ຄັ້ງນີ້ໄດ້ຮັບການຈັດຕັ້ງຢູ່ວິຫານບູຊາເຈົ້າຊີວິດ ມາຍຮັກແດ໋ ເນື່ອງໃນໂອກາດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງເມືອງ ໂລກຮ່າ ແລະ ກໍ່ແມ່ນໂອກາດແນະນຳເຖິງຜູ້ອ່ານເປັນຈຳນວນຫຼວງຫຼາຍບັນດາໝາກຜົນໃນວິວັດການແຕ່ງບົດກາບກອນຂອງບັນດານັກສີລະປະ. ນີ້ກໍ່ແມ່ນຂົວເຊື່ອມຕໍ່ບັນດານັກກະວີ, ບົດກາບກອນ ແລະ ມະຫາຊົນ.
ຕອນຄ່ຳວັນທີ 9/2, ຄະນະກຳມະການປະຊາຊົນແຂວງ ກວາງນາມ ໄດ້ຈັດຕັ້ງວັນກາບກອນ ຫວຽດນາມ ຄັ້ງທີ 15 ດ້ວຍຫົວຂໍ້ “ຮ່ວມເດີນທາງ ແລະ ມີຫົວຄິດປະດິດສ້າງ” ແລະ ມອບລາງວັນການເສັງກ່ຽວກັບກາບກອນ “20 ປີກັບເມືອແຂວງ ກວາງນາມ”.
ແລະກໍ່ໃນຕອນຄ່ຳວັນທີ 9/2, ສະມາຄົມວັນນະຄະດີສີລະປະແຂວງ ຮ່ວາບີ່ງ ສົມທົບກັບໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ຮ່ວາງວັນທຸ ໄດ້ຈັດຕັ້ງວັນກາບກອນ ຫວຽດນາມ ປີ 2017 ເຊັນດຽວກັນ.