ການ​ເຄື່ອນ​ໄຫວ​ໃນ ງານ​ມະ​ໂຫລານ​ຊາວ​ໜຸ່ມ ຫວຽດນາມ-ຈີນຄັ້ງທີ 2


ການ​ເຄື່ອນ​ໄຫວ​ໃນ ງານ​ມະ​ໂຫລານ​ຊາວ​ໜຸ່ມ ຫວຽດນາມ-ຈີນຄັ້ງທີ 2 - ảnh 1

ຜູ້ແທນ​ຢ້ຽມຢາມ​ຫໍ​ວາງສະ​ແດງ​ໂຮ່ຈິ​ມິນຢູ່​ນະຄອນ​ຊຸງ​ຈົວແຂວງ​ກວາງ​ສີ

(ພາບ: thanhnienviet.vn)

 

 (vovworld)- ວັນ​ທີ 25/11, ຢູ່​ນະຄອນຈີ​ນ​ເຈົາ, ຜູ້ແທນຊາວໜຸ່ມຫວຽດນາມ 450 ຄົນ ​ໄດ້​ເຂົ້າຮ່ວມ​ບັນດາ​ການ​ເຄື່​ອນ​ໄຫວ​ພົບ​ປະ​ແລກປ່ຽນ​ໃນ​ຂອບ​ເຂດງານ​ມະ​ໂຫລານ​ຊາວ​ໜຸ່ມຫວຽດນາມ-ຈີນ ຄັ້ງທີ 2 ຊື່​ງລວມມີ: ການ​ພົບ​ປະ​ແລກປ່ຽນ​ກັບ​ຄູ​ອາຈານ, ນັກຮຽນ​ໂຮງຮຽນ​ມັດທະຍົມ​ເລກ 2 ນະຄອນຈີນເຈົາ; ຢ້ຽມ​ຊົມ​ຮ້ານ​ວາງສະ​ແດງ​ຜະລິດ​ຕະພັນ​ເຄື່ອງ​ເຄືອບ, ​ເຄື່ອງປັ້ນດິນ​ເຜົາ​ ນີຊິງ; ຢ້ຽມຢາມ​ເຂດ​ບໍລິຫານສັງ​ລວມ, ສູນ​ການ​ຄ້າ​ສາກົນ ​ແລະ ທ່າ​ກຳ​ປັ່ນ​ສາກົນຈີນເຈົ​າ, ​ເຂດ​ເສດຖະກິດຈຸ​ງໝ໋າ.

   ກ່ອນ​ໜ້ານັ້ນ, ວັນ​ທີ 24/11, ທີ່​ການ​ພົບ​ປະ​ເຈລະຈາ​ກັບ​ການ​ນຳ​ຄະນະ​ຜູ້​ແທນ​ຊາວ​ໜຸ່ມ​ຫວຽດນາມ, ທ່ານ​ນາງ​ແຊວ​ອີງ​ສື ​ເລຂາ​ຄະນະ​ພັກ​ນະຄອນຈີນ​ເຈົາ ​ເນັ້ນໜັກ​ວ່າ: ງານ​ມະ​ໂຫລານ​ຊາວ​ໜຸ່ມຫວຽດນາມ-ຈີນ ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ ​ໂດຍ​ບັນດາ​ການ​ນຳ​ສອງ​ຝ່າຍ​ສະ​ເໜີ​ເອງ. ງານ​ມະ​ໂຫລານ​ໄດ້​ຊຸກຍູ້​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ມິດຕະພາບ​ຂອງ​ຊາວ​ໜຸ່ມ​ສອງ​ປະ​ເທດ​ເວົ້າລວມ ​ແລະ ຊາວ​ໜຸ່ມ​ຫວຽດນາມ ກັບ​ຊາວ​ໜຸ່ມ​ນະຄອນຈີນ​ເຈົາ ​ເວົ້າສະ​ເພາະ.

   ​ໃນ​ວັນ​ດຽວ​ກັນ, ຢູ່​ນະຄອນຊຸງ​ຈົວ,  ຜູ້ແທນຊາວໜຸ່ມຫວຽດນາມ 300 ຄົນ ​ໄດ້​ໄປ​ຢ້ຽມຢາມ​ຫໍ​ວາງສະ​ແດງ​ໂຮ່ຈິ​ມິນ; ຢ້ຽມຢາມ​​ຕະຫຼາດ​ດ່ານຊາຍ​ແດ​ນຢູ່​ເຂດ​ການ​ຄ້າ​ເສລີ​ຊາຍ​ແດນ​ຈີນ-​ອາ​ຊຽນ.  ຜູ້ແທນຊາວໜຸ່ມຫວຽດນາມ ກໍ່​ເຂົ້າຮ່ວມ​ພິທີ​ເປີດ​ໂຄງການ​ຊາວ​ໜຸ່ມ​ຫວຽດນາມ-​ຈີນ ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ເສັ້ນທາງ​ຫຼວງ​ປອດ​ໄພ​ອາ​ຊຽນ ຊື່​ງ​ແມ່ນ​ເສັ້ນທາງ​ສຳຄັນ​ຊ່ວຍ​ຊຸກຍູ້​ການ​ເຄື່ອນ​ໄຫວ​ເສດຖະກິດ, ການ​ຄ້າ​ລະຫວ່າງ​ບັນດາ​ປະ​ເທດ​ອາ​ຊຽນ ກັບ​ຈີນ.

  ທີ່​ນະຄອນຫຼຽວເຈົາ, ວັນ​ທີ 24/11, ຜູ້ແທນຊາວໜຸ່ມຫວຽດນາມ 700 ຄົນ ​ໄດ້ພົບ​ປະ​ກັບ​ການ​ນຳ​ນະຄອນຫຼຽວເຈົາ ​ແລະ ​ໄປ​ຢ້ຽມຢາມ​ຫໍ​ຊາວ​ໜຸ່ມຈີນ. ​ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ບັນດາຜູ້ແທນ​ໄດ້ພົບປະ​ແລກ​ປ່ຽນ​ກັບ​ຊາວ​ໜຸ່ມ, ນັກ​ສຶກສາ​ນະຄອນຫຼຽວເຈົາ ຢູ່​ມະຫາວິທະຍາ​ໄລ​ວິທະຍາສາດ​ເຕັກນິກກວາງ​ສີ. ນະ​ທີ່​ນີ້, ຜູ້ແທນຊາວໜຸ່ມສອງ​ປະ​ເທດ​ໄດ້​ພອ້ມກັນ​ລົງ​ລາຍ​ເຊັນ​ໃນ​ກຳ​ແພງ​ມິດຕະພາບ.

   ພາຍຫຼັງ​ເຂົ້າຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ຢູ່ 7 ນະຄອນ​ຂອງ​ແຂວງ​ກວາງ​ສີ, ຄະນະຜູ້ແທນຊາວໜຸ່ມຫວຽດນາມ 7 ຄະນະ​ໄດ້​​ເຕົ້າ​ໂຮມ​ກັນ​ຢູ່ນະຄອນ​ໜານໜິງ ​ໃນ​ວັນ​ທີ 26/11 ​ເພື່ອ​ເຂົ້າຮ່ວມງານ​ມະ​ໂຫລານ​ຊາວ​ໜຸ່ມຫວຽດນາມ-ຈີນ ຄັ້ງທີ 2 ຊື່​ງຈະ​ຈັດ​ຂຶ້ນ​ຢູ່​ທີ່​ນີ້.

ຂ່າວ/ບົດ​ອື່ນ