ການເຄື່ອນໄຫວໄປ - ມາຢູ່ ເອີຣົບ ໃນໂອກາດທ້າຍປີ ເພີ່ມຂຶ້ນຢ່າງແຮງ
(VOVWORLD) - ຕາມ ForwardKeys - ບໍລິສັດສັງລວມຂໍ້ມູນການໄປມາແລ້ວ, ໃນໂອກາດວັນພັກບຸນປີນີ້, ການເຄື່ອນໄຫວໄປ - ມາ ຢູ່ສະຫະພາບເອີຣົບ ແລະ ອັງກິດ ຄາດວ່າເພີ່ມຂຶ້ນ 22% ເມື່ອທຽບໃສ່ປີ 2022.
ຄາດວ່າ, ການເຄື່ອນໄຫວໄປ - ມາ ຢູ່ເອີຣົບ ໃນໂອກາດວັນບຸນ ຄິຼດສະມາດ ແລະ ປີໃໝ່ສາກົນ 2024 ຈະຄຶກຄື້ນກວ່າປີກ່ອນ ເຖິງແມ່ນວ່າ ວົງການເຈົ້າໜ້າທີ່ຫຼາຍປະເທດໃນພາກພື້ນ ໄດ້ຍົກອອກຄຳກ່າວເຕືອນກ່ຽວກັບຄວາມສະຫງົບປອດໄພ.
ໃນຈຸດເວລາປັດຈຸບັນ, ຢູ່ບັນດາເຂດຕະຫຼາດ ຄິຼດສະມາດ ແລະ ສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຢູ່ນະຄອນຕ່າງໆຄື Munich (ເຢຍລະມັນ) ແລະ ປາຣີ (ຝລັ່ງ) ມີຈຳນວນຄົນໄປ - ມາຢ່າງຄັບຄາໜາແໜ້ນ ໃນສະພາບການກຳລັງປ້ອງກັນຄວາມສະຫງົບ ກໍໄດ້ຮັບການເພີ່ມທະວີໃຫ້ປະຕິບັດໜ້າທີ່ຢູ່ບັນດາເຂດທີ່ມີຄົນໄປ - ມາຫຼາຍ. ຕາມ ForwardKeys - ບໍລິສັດສັງລວມຂໍ້ມູນການໄປມາແລ້ວ, ໃນໂອກາດວັນພັກບຸນປີນີ້, ການເຄື່ອນໄຫວໄປ - ມາ ຢູ່ສະຫະພາບເອີຣົບ ແລະ ອັງກິດ ຄາດວ່າເພີ່ມຂຶ້ນ 22% ເມື່ອທຽບໃສ່ປີ 2022.
ເຖິງຢ່າງໃດກໍຕາມ, ວົງການເຈົ້າໜ້າທີ່ປ້ອງກັນຄວາມສະຫງົບຂອງບັນດາປະເທດ ເອີຣົບ ຍັງຮັກສາຄຳກ່າວເຕືອນປະຊາຊົນກ່ຽວກັບຄວາມສ່ຽງອາດຈະເກີດການບຸກໂຈມຕີກໍ່ການຮ້າຍ.