ການເຈລຈານະໂຍບາຍກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ

ການເຈລຈານະໂຍບາຍກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ - ảnh 1
ທ່ານ​ນາງ ຟ້າ​ມທິຫາຍ​ຈ່ວຽນ,
ລັດຖະມົນຕີ​ວ່າການ​ກະຊວງແຮງ​ງານ ທະຫານ​ເສຍ​ອົງຄະ​ແລະ ສັງຄົມ
(ພາບ: TTXVN)

(vovworld) - ວັນ​ທີ 4/3, ຢູ່ ຮ່າ​ໂນ້ຍ, ອົງການ​ສະຫະ​ປະຊາ​ຊາດ​ປະຈຳ​ ຫວຽດນາມ ສົມທົບ​ກັບ​ກະຊວງ​ແຮງ​ງານ ທະຫານ​ເສຍ​ອົງຄະ​ແລະ ສັງຄົມ, ຈັດ​ຕັ້ງການ​​ເຈລຈາ​ນະ​ໂຍບາຍ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 100 ຄົນ​ທີ່​ຕາງໜ້າ​ບັນດາ​ກະຊວງ, ຂະ​ແໜງ​ການ, ບັນດາ​ນັກ​ອຸປະ​ຖຳ, ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ, ນັກ​ຊ່ຽວຊານ​ພາຍ​ໃນ ​ແລະ ສາກົນ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ. ກ່າວ​ຄວາມ​ເຫັນ​​ໄຂ​ກອງ​ປະຊຸມ, ທ່ານ​ນາງ ຟ້າ​ມທິຫາຍ​ຈ່ວຽນ, ລັດຖະມົນຕີ​ວ່າການ​ກະຊວງແຮງ​ງານ ທະຫານ​ເສຍ​ອົງຄະ​ແລະ ສັງຄົມ, ຢືນຢັນ​ວ່າ: ການ​ເຈລະຈາ​​ຈະສ້າງ​ໂອກາດ​ໃຫ້​ບັນດາ​ອົງການ, ອົງການ​ຈັດ​ຕັ້ງ​ແລກປ່ຽນ, ປຶກສາ​ຫາລື ​ແລະ ຍົກ​ອອກ​ບັນດາ​ຂໍ້​ສະ​ເໜີ​ ​ແນ​ໃສ່​ຊຸກຍູ້​ການ​ປະຕິບັດ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ​ໄລຍະ 2016-2020, ​ໂຄງການ​ດຳ​ເນີນ​ງານ​ກ່ຽວ​ກັບ ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ​ໄລຍະ 2016-2020; ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ​ໄລຍະ 2016-2020 ຢ່າງ​ມີ​ປະສິດທິ​ຜົນ, ມຸ່ງ​ໄປ​ເຖິງ​ຮັບປະກັນ​ການ​ປະຕິບັດ​ບັນດາ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ​ຢູ່​ຫວຽດນາມ.

ສ່ວນທ່ານ​ນາງ Pratibha Mehta, ຜູ້​ປະສານ​ງານ​ຂອງ​ສະຫະ​ປະຊາ​ຊາດ​ປະຈຳ ຫວຽດນາມ, ​ເນັ້ນ​ໜັກ​ວ່າ: ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ ​ແມ່ນ​ບັນຫາ​ກ່ຽວຂ້ອງ​ເຖິງ​ດ້ານ​ການ​ເມືອງ ​ແລະ ພຽງ​ແຕ່​ບັນລຸ​ໄດ້ ​ເມື່ອ​ມີ​ບັນດາ​ຄຳ​ໝັ້ນ​ສັນຍາ ​ແລະ ການ​ກະທຳ​ຂອງ​​ການ​ນຳ​ຂັ້ນ​ສູງ​ເທົ່າ​ນັ້ນ. ທ່ານ​ນາງ​ຫວັງ​ວ່າ, ຈະ​ມີ​ແຫຼ່ງກຳລັງ ​ແລະ ຄວາມ​ມານະ​ພະຍາຍາມ​ຫຼາຍ​ກວ່າ​ອີກ ​ເພື່ອປະຕິບັດ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ ​ແລະ ​ໂຄງການ​ດຳ​ເນີນ​ງານ​ແຫ່ງ​ຊາດ​ກ່ຽວ​ກັບ ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ.

ຂ່າວ/ບົດ​ອື່ນ