(ພາບ:AFP)
(vovworld) - ວັນທີ 27/10, ກອງປະຊຸມລັດຖະມົນຕີການຄ້າ 12 ປະເທດເຂົ້າຮ່ວມການເຈລະຈາສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TTP) ຢູ່ Sydneyi ປະເທດອົດສະຕາລີ ສິ້ນສຸດພາຍຫຼັງການເຮັດວຽກເປັນເວລາ 3 ວັນ. ໃນກອງປະຊຸມທຳອິດນັບແຕ່ເດືອນ 5/2014 ນີ້, ເຖິງວ່າບັນລຸໄດ້ບັນດາບາດກ້າວແນ່ນອນ ແຕ່ກອງປະຊຸມບໍ່ທັນສາມາດແກ້ໄຂບາງບັນຫາທີ່ຍັງຄົງຄ້າງ. ໃນຖະແຫຼງ ການຮ່ວມພາຍຫຼັງກອງປະຊຸມ, ບັນດາລັດຖະມົນຕີຢືນຢັນເຖິງການບັນລຸ້ໄດ້ບາດກ້າວພໍສົມຄວນ ກ່ຽວກັບບັນຫາພາສີ ແລະ ກຳນົດບັນດາຂໍ້ກຳນົດການຄ້າ, ເປັນເອກະພາບຕາມຂໍ້ລິເລີ່ມ TPP. ຖະແຫຼງການຖືວ່າ: ຂໍ້ຕົກລົງ TPP ພວມໄດ້ຮັບການເຈລະຈາ ແລະ ບັນດາຝ່າຍຫວັງວ່າຈະພົບປະກັນຄືນໃໝ່ຢູ່ປັກກິງ (ຈີນ) ໃນເດືອນ 11 ຈະມາເຖິງຢູ່ນອກເວທີປາໄສການຮ່ວມມືເສດຖະກິດອາຊີ-ປາຊີຟິກ. ໃນຂະນະບັນດາລັດຖະມົນຕີ ເນັ້ນໜັກເຖິງ: ບັນດາຄວາມຄືບໜ້າໃນການເຈລະຈາພວມກ້າວເຂົ້າສູ່ປີທີ 5, ຍີ່ປຸ່ນ ແລະ ອາເມລິກາ ຍັງບໍ່ທັນບັນລຸໄດ້ຂໍ້ຕົກລົງ 2 ຝ່າຍ. ຂໍ້ຕົກລົງກ່ຽວກັບ TPP ລະຫວ່າງ ຍີ່ປຸ່ນ-ອາເມລິກາ ໄດ້ຮັບຖືວ່າມີຄວາມສຳຄັນເພື່ອຊ່ວຍຍູ້ໄວວິວັດການເຈລະຈາຂອງ 12 ປະເທດສະມາຊິກ ./.