ການເຈລະຈາການທະຫານຂັ້ນສູງຄັ້ງທຳອິດລະຫວ່າງ 2 ພາກເກົາຫຼີ ພາຍຫລັງກ່ວາ 10 ປີ

(VOVWORLD) - ວັນທີ 14 ມິຖຸນາ, ສປປ.ເກົາຫຼີ ແລະ ສ.ເກົາຫຼີ ໄດ້ດຳເນີນການເຈລະຈາການທະຫານຂັ້ນສູງ, ປຶກສາຫາລືວິທີການເຮັດໃຫ້ຄວາມເຄັ່ງຕຶງຢູ່ແຫຼມ ເກົາຫຼີ ຫລຸດລົງ. ນີ້ແມ່ນການເຈລະຈາການທະຫານຂັ້ນສູງຄັ້ງທຳອິດລະຫວ່າງ 2 ພາກເກົາຫຼີ ນັບແຕ່ເດືອນ ທັນວາ 2007 ເປັນຕົ້ນມາ.
ການເຈລະຈາການທະຫານຂັ້ນສູງຄັ້ງທຳອິດລະຫວ່າງ 2 ພາກເກົາຫຼີ ພາຍຫລັງກ່ວາ 10 ປີ - ảnh 1 ານເຈລະຈາການທະຫານຂັ້ນສູງຄັ້ງທຳອິດລະຫວ່າງ 2 ພາກເກົາຫຼີ (ພາບ:  THX/TTXVN)

ການເຈລະຈາການທະຫານຂັ້ນນາຍພົນໄດ້ຈັດຕັ້ງຢູ່ບ້ານຢຸດຮົບ ປານມູນຈອມ ໃນດິນແດນຂອງ ສປປ.ເກົາຫຼີ. ຄະນະປະຕິບັດງານ ສ.ເກົາຫຼີ ລວມມີສະມາຊິກ 5 ຄົນ ໂດຍທ່ານພົນຈັດຕະວາ Kim Do-gyun ນຳໜ້າ, ໃນຂະນະນັ້ນ ທ່ານພົນຕີ An Ik-san ໄດ້ນຳໜ້າຄະນະປະຕິບັດງານ ສປປ.ເກົາຫຼີ ກໍ່ລວມມີສະມາຊິກ 5 ຄົນເຊັ່ນດຽວກັນ.

        ກ່າວຄຳເຫັນຕໍ່ວົງການນັກຂ່າວກ່ອນທີ່ດຳເນີນການເຈລະຈາ, ທ່ານພົນຈັດຕະວາ Kim Do-gyun ໃຫ້ຮູ້ວ່າ: 2 ຝ່າຍທີ່ປຶກສາຫາລືບັນດາບັນຫາ, ໃນນັ້ນ ມີການຫລຸດຜ່ອນຄວາມເຄັ່ງຕຶງດ້ານການທະຫານ, ຈັດກອງປະຊຸມປ້ອງກັນຊາດຂັ້ນລັດຖະມົນຕີ ຄືດັ່ງສ່ວນໜຶ່ງໃນຄວາມມານະພະຍາຍາມປະຕິບັດຖະແຫຼງການ ປານມູນຈອມ ທີ່ບັນລຸໄດ້ພາຍຫລັງການພົບປະສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ເມື່ອວັນທີ 27 ເມສາ.

ຕອບກັບ

ຂ່າວ/ບົດ​ອື່ນ