ການເຈລະຈາກ່ຽວກັບ Brexit ອາດຈະເລີ່ມຕົ້ນແຕ່ວັນທີ 19/06

(VOVWORLD) - ຫົວໜ້າຄະນະເຈລະຈາຂອງສະຫະພາບ ເອີລົບ (ອີຢູ) ກ່ຽວກັບເລື່ອງ ອັງກິດ ຖອນອອກຈາກ ອີຢູ (ຫຼືເອີ້ນວ່າ Brexit) ທ່ານ Michel Barnier ຄາດວ່າ ຈະເລີ່ມຕົ້ນບັນດາການເຈລະຈາກ່ຽວກັບ Brexit ໃນວັນທີ 19 ມີຖຸນາ ຈະມາເຖິງ
ການເຈລະຈາກ່ຽວກັບ Brexit ອາດຈະເລີ່ມຕົ້ນແຕ່ວັນທີ 19/06 - ảnh 1 ທ່ານ Michel Barnier (ພາບ: AFP)

ພາຍຫລັງການເລືອກຕັ້ງສະພາແຫ່ງຊາດຢູ່ ອັງກິດ ເປັນເວລາ 11 ວັນ. ຕາມໜັງສືພິມຜູ້ປົກປ້ອງ (ອັງກິດ), ວັນທີ 19 ມີຖຸນາ ທ່ານ Barnier ຈະພົບປະກັບທ່ານ David Davis ລັດຖະມົນຕີຮັບຜິດຊອບການເຈລະຈາ Brexit ຂອງ ອັງກິດ ເພື່ອປຶກສາຫາລືບັນດາມາດຕະການ Brexit. ອີຢູ ຮຽກຮ້ອງແບ່ງແຍກບັນດາການເຈລະຈາອອກເປັນ 4 ໄລຍະໃນ 4 ອາທິດ, ໜຶ່ງໄລຍະຈະເຈລະຈາໜຶ່ງບັນຫາຫຼັກແຫຼ່ງ.

        ກ່ອນໜ້ານັ້ນ, ວັນທີ 29 ເມສາ, ທີ່ກອງປະຊຸມສຸດຍອດຢູ່ ບຣຸກແຊນການນຳບັນດາປະເທດ ອີຢູ ໄດ້ຮັບຮອງເອົາຍຸດທະສາດເຈລະຈາ Brexit, ຕາມນັ້ນແລ້ວ ກ່ອນອື່ນໝົດຄວນແກ້ໄຂບັນດາບັນຫາພື້ນຖານທີ່ກ່ຽວຂ້ອງເຖິງ Brexit, ຫລັງຈາກນັ້ນ ປຶກສາຫາລືການພົວພັນຄູ່ຮ່ວມມືໃນອະນາຄົດ. ວິວັດການເຈລະຈາຈະແກ່ຍາວເປັນເວລາ 2 ປີ.

ຕອບກັບ

ຂ່າວ/ບົດ​ອື່ນ