ການ​ເຈ​ລະ​ຈາ​ກ່ຽວ​ກັບ​ລະ​ດັບເພ​ດານ​ໜີ້​ສາ​ທາ​ລະ​ນະ​ຂອງ ອາ​ເມ​ລິ​ກາ ​ບັນ​ລຸ​ໄດ້​​ຄວາມ​ກ້າວ​ໜ້າຈຳ​ນວນ​ໜຶ່ງ

(VOVWORLD) - ທ່ານ McCarthy ໃຫ້ຮູ້ວ່າ ໄດ້ຮັບຮູ້ບາງຄວາມກ້າວໜ້າທີ່ຈະແຈ້ງ, ເຖິງຢ່າງໃດກໍ່ຕາມກໍ່ຍັງມີບາງບັນຫາທີ່ຄົງຕົວ ແຕ່ກຸ່ມນັກເຈລະຈາຈະເຮັດວຽກ 24 ຊົ່ວໂມງ/ວັນ ເພື່ອພະຍາຍາມແກ້ໄຂບັນຫານີ້.
ການ​ເຈ​ລະ​ຈາ​ກ່ຽວ​ກັບ​ລະ​ດັບເພ​ດານ​ໜີ້​ສາ​ທາ​ລະ​ນະ​ຂອງ ອາ​ເມ​ລິ​ກາ ​ບັນ​ລຸ​ໄດ້​​ຄວາມ​ກ້າວ​ໜ້າຈຳ​ນວນ​ໜຶ່ງ - ảnh 1ທ່ານປະທານາທິບໍດີ Joe Biden  ແລະ ທ່ານປະທານສະພາຕ່ຳ Kevin McCarthy (ພາບ:  AFP/TTXVN)

ທຳນຽບຂາວ ແລະ ກຸ່ມນັກເຈລະຈາຂອງພັກສາທາລະນະ ບັນລຸໄດ້ຄວາມກ້າວໜ້າຈຳນວນໜຶ່ງໃນການເຈລະຈາກ່ຽວກັບການຍົກລະດັບເພດານໜີ້ສາທາລະນະ 31,4 ພັນຕື້ USD ຂອງລັດຖະບານ. ນີ້ແມ່ນຖະແຫຼງການຂອງທ່ານປະທານສະພາຕ່ຳ Kevin McCarthy ເຊິ່ງໄດ້ຍົກອອກມາພາຍຫຼັງການເຈລະຈາເມື່ອວັນທີ 25 ພຶດສະພາ. ປັດຈຸບັນ, ທ່ານປະທານາທິບໍດີ Joe Biden ແລະ ທ່ານປະທານສະພາຕ່ຳ McCarthy ຍັງມີຄວາມບໍ່ລົງລອຍກັນກ່ຽວກັບລາຍຈ່າຍ, ພາສີອາກອນ ແລະ ຄວາມຮຽກຮ້ອງຕ້ອງການວຽກງານສຳລັບໂຄງການຕ້ານຄວາມອຶດຫິວທຸກຍາກ. ແຕ່ທັງສອງຝ່າຍ ເຊື່ອໝັ້ນວ່າ ເຂົາເຈົ້າອາດຈະຊອກຫາສຽງເວົ້າລວມໄດ້ໂດຍໄວ ພາຍຫຼັງການເຈລະຈາຢ່າງມີປະສິດທິຜົນທີ່ແກ່ຍາວມາເປັນເວລາຫຼາຍຊົ່ວໂມງ. ກ່າວຄຳເຫັນຕໍ່ວົງການນັກກ່າວ, ທ່ານ McCarthy ໃຫ້ຮູ້ວ່າ ໄດ້ຮັບຮູ້ບາງຄວາມກ້າວໜ້າທີ່ຈະແຈ້ງ, ເຖິງຢ່າງໃດກໍ່ຕາມກໍ່ຍັງມີບາງບັນຫາທີ່ຄົງຕົວ ແຕ່ກຸ່ມນັກເຈລະຈາຈະເຮັດວຽກ 24 ຊົ່ວໂມງ/ວັນ ເພື່ອພະຍາຍາມແກ້ໄຂບັນຫານີ້. ໃນຂະນະນັ້ນ, ທ່ານ Kevin Hern ສະມາຊິກສະພາຕ່ຳໃຫ້ຮູ້ວ່າ ຂໍ້ຕົກລົງກ່ຽວກັບລະດັບເພດານໜີ້ສາທາລະນະອາດຈະບັນລຸໄດ້ໃນຕອນແລງ ວັນທີ 26 ພຶດສະພາ. ສິ່ງນີ້ອາດຫຼີກລ້ຽງໄດ້ຄວາມສ່ຽງລົ້ມລະລາຍທີ່ເຮັດໃຫ້ຕະຫຼາດການເງິນໂລກຂາດສະຖຽນລະພາບ ແລະ ຍູ້ອາເມລິກາຕົກເຂົ້າສູ່ສະພາບຊຸດໂຊມ.

ຕອບກັບ

ຂ່າວ/ບົດ​ອື່ນ