ການເຈລະຈາຂັ້ນລັດຖະບານລະຫວ່າງ 2 ພາກ ເກົາຫຼີ ຖືກຍົກເລິກ

ການເຈລະຈາຂັ້ນລັດຖະບານລະຫວ່າງ 2 ພາກ ເກົາຫຼີ ຖືກຍົກເລິກ - ảnh 1
ທ່ານ Kim Hyeong – seok, ໂຄສົກ​ກະຊວງ​ທ້ອນ​ໂຮມ​ປະ​ເທດ​ຊາດ ສ ​ເກົາຫຼີ
(ພາບ: Yonhap/TTXVN)

(vovworld) – ວັນ​ທີ 11/6, ແຫຼ່ງຂ່າວຂອງ​ລັດຖະບານ ສ ​ເກົາຫຼີ ​ໃຫ້​ຮູ້​ວ່າ: ການ​ເຈລະຈາ​ຂັ້ນ​ລັດຖະບານ​ລະຫວ່າງ​ 2 ພາກ ​ເກົາຫຼີ ​ເຊິ່ງຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ວັນ​ທີ 12 – 13/6 ​ໄດ້ຖືກ​ຍົກ​ເລິກ​ຍ້ອນ​ 2 ຝ່າຍບໍ່​ລົງ​ລອຍ​ກັນ​ກ່ຽວ​ກັບ​ພາກສ່ວນ​ເຂົ້າ​ຮ່ວມ, ພິ​ເສດ​ແມ່ນ​ຂັ້ນ​ຫົວໜ້າ​ຄະນະ. ​ໂຄສົກ​ກະຊວງ​ທ້ອນ​ໂຮມ​ປະ​ເທດ​ຊາດ ສ ​ເກົາຫຼີ ທ່ານ Kim Hyeong – seok ​ໃຫ້​ຮູ້​ວ່າ: ພາຍຫລັງການ​ເຈລະຈາ​ຂັ້ນ​ນັກວິຊາການ​ສິ້ນ​ສຸດ​ລົງ, ​ເຊີອູ​ນ​ໄດ້​ສະ​ເໜີ​ໃຫ້ ພຽ​ງຢາງ ສົ່ງ​ບັນຊີ​ລາຍ​ຊື່​ພາກ​ສ່ວນ​ເຂົ້າ​ຮ່ວມ​ການ​ເຈລະຈາ​ຂັ້ນ​ສູງ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ​, ສປປ ​ເກົາຫຼີ ພັດຢືດໝັ້ນ​ທັດສະນະທີ່​ວ່າ 2 ຝ່າ​ຍພ້ອມ​ກັນ​ແລກປ່ຽນ​ບັນຊີ​ລາຍ​ຊື່​ຄະນະ​ຜູ້​ແທນ​ເຂົ້າ​ຮ່ວມ​ການ​ເຈລະ​ຈາ. ຕາມ​ກະຊວງ​ດັ່ງກ່າວ​ແລ້ວ, ​ໃນ​ເວລາ 13 ​ໂມງ (​ເວລາ​ທ້ອງ​ຖິ່ນ) ຂອງ​ວັນ​ດຽວ​ກັນ, 2 ພາກ​ເກົາຫຼີ ​ໄດ້​ແລ​ກປ່ຽນ​ບັນຊີ​ລາຍ​ຊື່​ຄະນະ​ຜູ້​ແທນ (ລວມມີ​ສະມາຊິກ 5 ທ່ານ) ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ​ເຊີນ​ອູ​ນ​ໄດ້ບົ່ງ​ຕົວ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ທ້ອນ​ໂຮມ​ປະ​ເທດ​ຊາດ Kim Nam - sik ​ເປັນ​ຫົວໜ້າ​ຄະນະ, ​ໃນ​ຂະນະນັ້ນ ພຽງ​ຢາງ ​ໄດ້ ບົ່ງ​ຕົວ​ທ່ານ​ຫົວໜ້າ​ຄະນະ​ເລຂາ​ຄະນະ​ກຳມະການ​ເອກະ​ພາບ​ສັນຕິພາບ​ແຫ່ງ​ຊາດເປັນ​ຫົວໜ້າ​ຄະນະ. ​ຝ່າຍ ສປປ ​ເກົາຫຼີ ​ໄດ້​ຄັດຄ້ານ​ກ່ຽວ​ກັບ​ຕຳ​ແໜ່​ງຂອງ​ຫົວໜ້າ​ຄະນະ​ຝ່າ​ຍ ສ ​ເກົາຫຼີ ໃນ​ທັນທີ. ກ່ອນ​ທີ່​ປະກາດຍົກ​ເລີກ​ການ​ເຈລະຈາ​ພຽງ​ຝ່າຍ​ດຽວ​, ພຽງ​ຢາງ ​ໄດ້ ກ່າວ​ເຕືອນ ​ເຊີ​ອູ​ນ ວ່າ: ຈະ​ບໍ່​ສົ່ງ​ຄະນະ​ປະຕິບັດ​ງານ​​ເຖິງ ສ ​ເກົາຫຼີ ຖ້າ​ຫາກ​ຫົວໜ້າ​ຂອງ ສ ​ເກົາຫຼີ ບໍ່​ແມ່ນ​ຕຳ​ແໜ່​ງລັດຖະມົນຕີ.

ຂ່າວ/ບົດ​ອື່ນ