ທ່ານປະທານປະເທດຈີນ ສີຈີນພິງ
ເຈລະຈາກັບຄູ່ຕຳແໜ່ງສ.ເກົາຫຼີ ທ່ານນາງ Park Geun hye
(ພາບ: rfa.org)
(vovworld) - ວັນທີ 27/06, ທ່ານປະທານປະເທດຈີນ ສີຈີນພິງ ໄດ້ມີການເຈລະຈາກັບຄູ່ຕຳແໜ່ງສ.ເກົາຫຼີ ທ່ານນາງ Park Geun hye ທີ່ພວມຢູ່ຢ້ຽມຢາມຈີນ. ນີ້ແມ່ນການຢ້ຽມຢາມທາງລັດຖະກິດປັກກິງ ຂອງທ່ານນາງ Park Geun hye ນັບແຕ່ເວລາດຳລົງຕຳແໜ່ງເມື່ອຕົ້ນເດືອນ 2. ທີ່ການເຈລະຈາ, ທ່ານປະທານປະເທດຈີນ ສີຈີນພິງ ຢືນຢັນວ່າ ຈີນ ຕີລາຄາສູງຄວາມສຳຄັນໃນການພົວພັນກັບສ.ເກົາຫຼີ ແລະ ຖືນີ້ແມ່ນພາກສ່ວນໜຶ່ງທີ່ສຳຄັນໃນນະໂຍບາຍການຕ່າງປະເທດຂອງປັກກິງ. ທ່ານໃຫ້ຮູ້ວ່າ ຈະຮ່ວມມືກັບທ່ານນາງປະທານາທິບໍດີ Park Geun hye ເພື່ອແນໃສ່ຍູ້ແຮງການພົວພັນຄູ່ຮ່ວມມືຍຸດທະສາດ 2 ຝ່າຍ. ສ່ວນທ່ານນາງປະທານາທິບໍດີ Park Geun hye ເນັ້ນໜັກວ່າ ການພົວພັນລະຫວ່າງຈີນ - ສ.ເກົາຫຼີ ໄດ້ມີບາດກ້າວພັດທະນາຢ່າງຈະແຈ້ງ ເມື່ອ 2 ປະເທດສ້າງຕັ້ງການພົວພັນທາງການທູດໃນເວລາກວ່າ 20 ປີກ່ອນ. ທ່ານນາງໃຫ້ຮູ້ວ່າ, ຈະພະຍາຍາມ ເພີ່ມທະວີການພົວພັນ 2 ຝ່າຍກໍຄືຊຸກຍູ້ບັນດາໝາກຜົນໃນການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ອາຊີຕາເວັນອອກສຽງເໜືອຢ່າງຕັ້ງໜ້າກວ່າ.