ການເຈລະຈາຄັ້ງປະຫວັດສາດລະຫວ່າງເລຂາທິການໃຫຍ່ຫງວຽນຟູ໋ຈ້ອງແລະປະທານາທິບໍດີອາເມລິກາBarackObama
ຫວູຢູຍ,ເຍີດກິ່ງ,ຮູຍຮ່ວາງ -  
ການຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢູ່ສະໜາມບິນ
(ພາບ: TTXVN)
|
(vovworld) – ວັນທີ 7/7, ທີ່ທຳນຽບຂາວ, ໃນຂອບເຂດການຢ້ຽມຢາມ ອາເມລິກາ ຢ່າງເປັນທາງການຕາມຄຳເຊີນຂອງລັດຖະບານ ອາເມລິກາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ເຈລະຈາກັບທ່ານປະທານາທິບໍດີ Barack Obama. ການເຈລະຈາເພື່ອແນໃສ່ຕີລາຄາການພົວພັນ 2 ຝ່າຍໃນຕະຫຼອດ 20 ປີຜ່ານມາ ແລະ ວາງອອກບັນດາທິດທາງໃຫ້ແກ່ການພົວພັນລະຫວ່າງ 2 ປະເທດໃນຫຼາຍປີຈະມາເຖິງ. ບົນຈິດໃຈພ້ອມກັນມຸ່ງໄປເຖິງອະນາຄົດ, 2 ປະເທດຈະສ້າງການພົວພັນຄູ່ຮ່ວມມືຮອບດ້ານແບບຍືນຍົງ, ມີປະສິດທິຜົນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເພື່ອຜົນປະໂຫຍດຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ.
ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 6/7 (ຕາມເວລາ ຫວຽດນາມ), ພາຍຫຼັງໄປຮອດນະຄອນຫຼວງ ວໍຊິງຕັນ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ໃຫ້ການຕ້ອນຮັບຜູ້ຕາງໜ້າການຄ້າ ອາເມລິກາ ທ່ານ Michael Froman. ນະທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັ້ນໜັກວ່າການເຊື່ອມໂຍງສາກົນແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ. ໃນໄລຍະຜ່ານມາ, ຫວຽດນາມ ໄດ້ ແລະ ພວມຕັ້ງໜ້າເຊື່ອມໂຍງຢ່າງເລິກເຊິ່ງ, ກ້ວາງຂວາງເຂົ້າໃນພື້ນຖານເສດຖະກິດພາກພື້ນ. ເລື່ອງເຂົ້າຮ່ວມການເຈລະຈາສັນຍາ TPP - ເຊິ່ງແມ່ນສັນຍາການຄ້າເສລີດ້ວຍມາດຕະຖານສູງສຸດ, ສະແດງໃຫ້ເຫັນແຜນນະໂຍບາຍສະເໝີຕົ້ນສະເໝີປາຍນີ້ຂອງ ຫວຽດນາມ. ພ້ອມນັ້ນ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກໍ່ຖືວ່າ: ຫວຽດນາມ ແມ່ນປະເທດມີລະດັບການພັດທະນາຕ່ຳສຸດໃນ TPP ດັ່ງນັ້ນກໍປະສົບກັບສິ່ງທ້າທາຍຫຼາຍສຸດ ແລະ ຕ້ອງປັບປຸງຫຼາຍຂໍ້ກຳນົດພັດທະນາທີ່ສຸດເມື່ອເຂົ້າຮ່ວມ TPP, ສະເໜີໃຫ້ ອາເມລິກາ ສະໜັບສະໜູນ, ຄິດໄລ່ຊັ່ງຊາເຖິງລະດັບການພັດທະນາເສດຖະກິດຂອງ ຫວຽດນາມ ແລະ ມີບັນດາຄວາມໄຫວພິບທີ່ຈຳເປັນ, ເໝາະສົມສຳລັບ ຫວຽດນາມ ໃນການເຈລະຈາ TPP. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກໍສະແດງຄວາມປາດຖະໜາຢາກໃຫ້ ອາເມລິກາ ເປີດກ້ວາງຕະຫຼາດໃຫ້ສິນຄ້າຂອງ ຫວຽດນາມ ແລະ ຮັບຮູ້ ຫວຽດນາມ ແມ່ນພື້ນຖານເສດຖະກິດການຕະຫຼາດ, ພິເສດແມ່ນເມື່ອ ຫວຽດນາມເຂົ້າຮ່ວມສັນຍາທີ່ມີມາດຕະຖານສູງ ແລະ ຮອບດ້ານຄື TPP.
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກໍເຂົ້າຮ່ວມພິທີຕັດແຖບຜ້າ ແລະ ມອບສົ່ງເຮືອບິນລຸ້ນໃໝ່ Boeing 787 – 9 Dreamliner ລະຫວ່າງກຸ່ມບໍລິສັດ Boeing ແລະ Vietnam Airlines.
ກ່ອນໜ້ານັ້ນ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຢ້ຽມຢາມອະນຸສອນສະຖານປະທານາທິບໍດີ Thomas Jefferson ຢູ່ນະຄອນຫຼວງ ວໍຊິງຕັນ.
ຫວູຢູຍ,ເຍີດກິ່ງ,ຮູຍຮ່ວາງ