(vovworld) - ຕອນບ່າຍວັນທີ 22/11, ຢູ່ຮ່າໂນ້ຍ, ອົງການສະຫະປະຊາຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ມອບສິດໃຫ້ແມ່ຍິງ (UN Women) ປະຈຳຫວຽດນາມ, ຈັດຕັ້ງການເຈລະຈາກ່ຽວກັບ “ສົນທິສັນຍາຂອງຫະປະຊາຊາດກ່ຽວກັບການລົບລ້າງທຸກຮູບການຈຳແນກການປະພຶດສຳລັບແມ່ຍິງ” (CEDAW) ລະຫວ່າງຊາວໜຸ່ມ, ລັດຖະບານ ແລະ ບັນດາຄູ່ຮ່ວມມື. ທີ່ການເຈລະຈາ, ທ່ານນາງ Shoko Ishikawa, ຫົວໜ້າຜູ້ຕາງໜ້າ UN Women ປະຈຳຫວຽດນາມ ຢືນຢັນວ່າ, ຫວຽດນາມ ໄດ້ເຂົ້າຮ່ວມ CEDAW ຢ່າງຕັ້ງໜ້າ ແລະ ສົມທົບກັບ UN Women ເປັນຢ່າງດີໃນວິວັດຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ປົກປ້ອງສິດຂອງແມ່ຍິງ ແລະ ເດັກຍິງ. ແບ່ງປັນຂໍ້ມູນຂ່າວສານກ່ຽວກັບສະພາບ ຫວຽດນາມ ປະຕິບັດ CEDAW, ທ່ານນາງ ຮ່ວາງທິທູຮ່ວຽນ, ຮອງຫົວໜ້າກົມສະເໝີພາບລະຫວ່າງຍິງ - ຊາຍ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໃຫ້ຮູ້ວ່າ, ລັດຖະບານຫວຽດນາມ ພວມຕັ້ງໜ້າສ້າງແຜນການດຳເນີນງານເພື່ອຜັນຂະຫຍາຍບັນດາຄຳສະເໜີແນະຂອງຄະນະກຳມະການ CEDAW. ພາຍຫຼັງທ່ານນາຍົກລັດຖະມົນຕີເຊັ່ນອະນຸມັດ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຈະປະກາດເອກະສານແນະນຳການປະຕິບັດແຜນການກະທຳ ເພື່ອໃຫ້ບັນດາກະຊວງຂະແໜງການ ແລະ ທ້ອງຖິ່ນປະຕິບັດ.