ການເຈລະຈາຍຸດທະສາດການທູດ,ການປ້ອງກັນຊາດປ້ອງກັນຄວາມສະຫງົບປະຈຳປີຫວຽດນາມ-ລັດເຊຍຄັ້ງທີ7

ການເຈລະຈາຍຸດທະສາດການທູດ,ການປ້ອງກັນຊາດປ້ອງກັນຄວາມສະຫງົບປະຈຳປີຫວຽດນາມ-ລັດເຊຍຄັ້ງທີ7 - ảnh 1
ບັນ​ດາ​ຜູ້​ແທນ​ຫວຽດ​ນາມ​ແລະ​ລັດ​ເຊຍ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ
ຍຸດ​ທະ​ສາດ
ພາບ:TTXVN

(vovworld)-​ ວັ​ນ​ທີ 15/11, ຢູ່ ນະ​ຄອນ ໂຮ່​ຈິ​ມີນ ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ​ຍຸດ​ທະ​ສາດ​ການ​ທູດ, ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ປະ​ຈຳ​ປີ​ລ​ະ​ຫວ່າງ ຫວຽດ​ນາມ ແລະ ລັດ​ເຊຍ ຄັ້ງ​ທີ 7. ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໂດຍ​ທ່ານ ​ໂຮ່​ຊວນ​ເຊີນ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດເປັນ​ຫົວ​ຫນ້າ​ຄະ​ນະ. ຄະ​ນະ​ຜູ້​ແທນ​ລັດ​ເຊຍ ໂດຍ​ທ່ານ Igor Morgulov, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລັດ​ເຊຍ ເປັນ​​ຫົວ​ຫນ້າ​ຄະ​ນະ. ສອງ​ຝ່າຍ​ຕ​ີ​ລາ​ຄາ​ສູງ​ການ​ພົວ​ພັນ​ດ້ານ​ການ​ເມືອງ​ອັນ​ດີ​ງາມ​ໃນ​ໄລ​ຍະ​ຜ່ານ​ມາ ແລະ ເນັ້ນ​ຫນັກ​ວ່າ: ການ​ພົບ​ປະ ແລະ ເຈ​ລະ​ຈາ​ປະ​ຈຳ​ປີ​ລະ​ຫວ່າງ ການນ​ຳ​ຂັ້ນ​ສູງ​ສອງ​ປະ​ເທດ ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ໃນ​ການ​ຍົກ​ສູງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະ​ຫວ່າງ ຫວຽດ​ນາມ ແລະ ລັດ​ເຊຍ, ສ້າງ​ພື້ນ​ຖານອ​ັນ​ໝັ້ນ​ແກ່ນ​ໃຫ້​ແກ່​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ອື່ນ. ສອງ​ຝ່າຍ​ກໍ​ເຫັນ​ດີ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ​ໃນ​ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ກໍ​ຄື​ໃນ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ເຕັກ​ນິ​ກ​ການ​ທະ​ຫານ. ສອງ​ຝ່າຍ​ແລກ​ປ່ຽນ​ຄຳ​ເຫັນ​ຢ່າງ​ເລິກ​ເຊິ່ງ ແລະ ກວ້າງ​ຂວາງ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ​ຊື່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ຢືນ​ຢັນ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ສົມ​ທົບ​ຢ່າງ​ແຫນ້ນ​ແຟ້ນ ແລະ ມີ​ປະ​ສິດ​ທິ​ຜົນ​ທີ່​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ, ພິ​ເສດ ທີ່ ສ​ປ​ຊ ແລະ ບັນ​ດາ​ກົນ​ໄກ​ຮ່ວມ​ສຳ​ພັນ​ພາກ​ພື້ນ.

 

 

 

 

 

 

ຂ່າວ/ບົດ​ອື່ນ