(ການເຈລະຈາຍຸດທະສາດປະຈຳປີຫວຽດນາມ - ລັດເຊຍ ຄັ້ງທີ 8)
(vovworld) – ໃນລະຫວ່າງວັນທີ 28/9 – 01/10, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຫວຽດນາມ ໂຮ່ຊວນເຊີນ ໄດ້ຢ້ຽມຢາມສະຫະພັນ ລັດເຊຍ ແລະ ພ້ອມກັບທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ສະຫະພັນ ລັດເຊຍ I. Morgulov ເປັນເຈົ້າພາບຈັດການເຈລະຈາຍຸດທະສາດປະຈຳປີ ຫວຽດນາມ - ລັດເຊຍ ຄັ້ງທີ 8 ຢູ່ Saint Petesburg. ທ່ານລັດຖະມົນຕີຊ່ວຍວ່າການ ໂຮ່ຊວນເຊີນ ກໍມີການພົບປະແລກປ່ຽນກັບທ່ານລັດຖະມົນຕີຊ່ວຍວ່າການຜູ້ທີ 1 ກະຊວງການຕ່າງປະເທດສະຫະພັນ ລັດເຊຍ V. Titov ຢູ່ ມົດສະກູ. ບົນຈິດໃຈເປີດອົກເປີfໃຈ ແລະ ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, 2 ຝ່າຍໄດ້ແລກປ່ຽນບັນດາມາດຕະການຊຸກຍູ້ການພົວພັນ 2 ຝ່າຍ ແລະ ກ່ຽວກັບບັນດາບັນຫາສາກົນ, ພາກພື້ນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. 2 ຝ່າຍເຫັນດີເປັນເອກະສັນຊຸກຍູ້ບັນດາໜ້າທີ່, ຂໍ້ຕົກລົງ ແລະ ໂຄງການຮ່ວມມືບຸລິມະສິດໃນທຸກຂົງເຂດຄື: ດ້ານການເມືອງ, ເສດຖະກິດ - ການຄ້າ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວັດທະນະທຳມະນຸດ, ເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາທ້ອງຖິ່ນ, ພ້ອມທັງເພີ່ມທະວີການຮ່ວມມືລະຫວ່າງ 2 ປະເທດໃນບັນດາການຮ່ວມສຳພັນເສດຖະກິດພາກພື້ນ. 2 ຝ່າຍກໍແລກປ່ຽນຄວາມຄິດຄວາມເຫັນຢ່າງເລິກເຊິ່ງ ກ້ວາງຂວາງກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. 2 ຝ່າຍເຫັນດີເປັນເອກະພາບຖືວ່າ: ໃນສະພາວະສະພາບໂລກ ແລະ ພາກພື້ນມີການຜັນແປສັບສົນຫລາຍຢ່າງ, 2 ປະເທດຕ້ອງເພີ່ມທະວີການຮ່ວມມື, ສົມທົບກັນໃນບັນດາເວທີປາໄສຫລາຍຝ່າຍ ແລະ ອົງການຈັດຕັ້ງສາກົນ, ຢູ່ສະຫະປະຊາຊາດ, ໃນການພົວພັນ ອາຊຽນ - ລັດເຊຍ, ກໍຄືໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ອາຊີ - ປາຊີຟິກ.
ໃນໄລຍະຢູ່ຢ້ຽມຢາມສະຫະພັນ ລັດເຊຍ, ທ່ານລັດຖະມົນຕີຊ່ວຍວ່າການ ໂຮ່ຊວນເຊີນ ໄດ້ຢ້ຽມຢາມມະຫາວິທະຍາໄລ ສັງລວມ Saint Petesburg ແລະ ສະຖາບັນ ໂຮ່ຈີມິນ ຂຶ້ນກັບ ມະຫາວິທະຍາໄລນີ້.