ການເຈລະຈາຍຸດທະສາດຫວຽດນາມ-ສະຫະພັນລັດເຊຍຄັ້ງທີ 10

(VOVWORLD) -ວັນທີ 10 ກໍລະກົດ, ຢູ່ສຳນັກງານກະຊວງການຕ່າງປະເທດລັດເຊຍ ໄດ້ດຳເນີນການເຈລະຈາຍຸດທະສາດຫວຽດນາມ - ສະຫະພັນລັດເຊຍ ຄັ້ງທີ 10. 
ການເຈລະຈາຍຸດທະສາດຫວຽດນາມ-ສະຫະພັນລັດເຊຍຄັ້ງທີ 10 - ảnh 1 (ການເຈລະຈາຍຸດທະສາດຫວຽດນາມ-ສະຫະພັນລັດເຊຍຄັ້ງທີ 10)

ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ແລະ ຄູ່ຕຳແໜ່ງລັດເຊຍ Igor Morgulov ໄດ້ນຳໜ້າຄະນະຜູ້ແທນ 2 ປະເທດເຂົ້າຮ່ວມກອງປະຊຸມ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງລັດຖະມົນຕີ Morgulov ໄດ້ຮັບຮູ້ວ່າ 2 ຝ່າຍໄດ້ຮັກສາການເຈລະຈາດ້ານການເມືອງຂັ້ນສູງເປັນປະຈຳ, ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງບັນດາອົງການນິຕິບັນຍັດ, ບັນດາກະຊວງ, ຂະແໜງການ ແລະ ບັນດາອົງການຈັດຕັ້ງສັງຄົມ; ການພົວພັນດ້ານເສດຖະກິດການຄ້າລະຫວ່າງ 2 ປະເທດກໍນັບມື້ນັບໄດ້ຮັບການເປີດກວ້າງ.

        ສ່ວນທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ຖືວ່າ, ການພົວພັນ 2 ຝ່າຍນັ້ນພວມພັດທະນາຢ່າງເລິກເຊິ່ງກວ້າງຂວາງ ແລະ ບັນລຸໄດ້ບັນດາຍອດສູງໃໝ່; ກະຊວງການຕ່າງປະເທດ 2 ປະເທດໄດ້ຮັກສາຢ່າງແໜ້ນແຟ້ນ, ສົມທົບກັນຢູ່ເວທີສາກົນ. ທ່ານຮອງລັດຖະມົນຕີ ບຸຍແທັງເຊີນ ກໍ່ຊົມເຊີຍເລື່ອງຝ່າຍລັດເຊຍ ເປັນເຈົ້າພາບຈັດ World Cup 2018 ບັນລຸຜົນສຳເລັດ, ຈາກນັ້ນຍົກສູງທີ່ຕັ້ງ ແລະ ພາບພົດຂອງປະເທດລັດເຊຍ ໃນສາຍຕາຂອງເພື່ອນມິດສາກົນ.

        ກ່ຽວກັບເນື້ອໃນໂຄງການດຳເນີນງານຂອງການເຈລະຈາຄັ້ງນີ້, 2 ຝ່າຍໄດ້ເຫັນດີປຶກສາຫາລືລະອຽດເພື່ອແນໃສ່ເປັນເອກະພາບຕໍ່ບັນດາບາດກ້າວກະກຽມໃຫ້ການຢ້ຽມຢາມລັດເຊຍ ຂອງການນຳຂັ້ນສູງຫວຽດນາມ ໃນທ້າຍປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ