(vovworld) - ທ່ານປະທານາທິບໍດີອີຣານ Hassan Rouhani ໃຫ້ຮູ້ວ່າ ບັນດາສິດ ແລະ ຜົນປະໂຫຍດຂອງອີຣານ ຖືກຈຳກັດ, ໃນນັ້ນມີສິດພັດທະນານິວເຄຼຍ ທີ່ເໝາະສົມ ກັບທຳນຽມສາກົນ ແລະ ສິດເສີມທາດຢູຣານີ ໃນເຂດດິນແດນຂອງອີຣານ. ທ່ານປະທານາທິບໍດີອີຣານ ກໍ່ຮຽກຮ້ອງໃຫ້ວົງຄະນະຍາດສາກົນເຊື່ອໝັ້ນຕໍ່ລັດຖະບານອີຣານ ແລະ ປະຊາຊົນຂອງປະເທດນີ້ວ່າ ໂຄງການນິວເຄຼຍຂອງອີຣານ ແມ່ນເພື່ອຈຸດໝາຍສັນຕິພາບ. ຄຳຖະແຫຼງຂອງທ່ານປະທານາທິບໍດີອີຣານ ໄດ້ຍົກອອກມາພາຍຫຼັງການເຈລະຈາລະຫວ່າງອີຣານ ແລະ ກຸ່ມ P5+1 (ເຊິ່ງລວມມີເຢຍລະມັນ ແລະ 5 ປະເທດກຳມະການປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດແມ່ນ ອັງກິດ, ອາເມລິກາ, ຝລັ່ງ, ລັດເຊຍ, ຈີນ) ບໍ່ບັນລຸໄດ້ໝາກຜົນ ພາຍຫຼັງດຳເນີນການເຈລະຈາເປັນເວລາ 3 ວັນຢູ່ເຊີແນວ, ປະເທດສະວິດ. ບັນດາຝ່າຍເຫັນດີຈະພົບປະກັນຄັ້ງໃໝ່ໃນວັນທີ 20 ພະຈິກ ເພື່ອດຳເນີນການເຈລະຈາຮອບໃໝ່.