ການເຈລະຈາລະຫວ່າງ IAEA ແລະ ອີຣານ ບໍ່ບັນລຸໄດ້ໝາກຜົນ
(VOVWORLD) -ວັນທີ 24 ພະຈິກ, ທ່ານ Rafael Grossi ຜູ້ອຳນວຍການໃຫຍ່ ອົງການພະລັງງານປະລະມານູສາກົນ (IAEA) ໄດ້ປະກາດວ່າ ບັນດາການເຈລະຈາ ຂອງທ່ານກັບ ວົງການເຈົ້າໜ້າທີ່ ອີຣານ ໃນອາທິດນີ້ ບໍ່ບັນລຸໄດ້ໝາກຜົນຫຍັງ.
ທ່ານ Rafael Grossi ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ(ພາບ: AFP/TTXVN)
|
ກ່າວຄຳເຫັນຕໍ່ໜ້າຄະນະບໍລິຫານງານ IAEA ພາຍຫຼັງກັບເມືອຈາກກອງປະຊຸມຢູ່ນະຄອນຫຼວງ ເຕເຮຣານ, ທ່ານ Grossi ໃຫ້ຮູ້ວ່າ ເຖິງວ່າໄດ້ມານະພະຍາຍາມຈົນສຸດຄວາມສາດແລ້ວກໍ່ຕາມ, ແຕ່ທ່ານບໍ່ສາມາດບັນລຸໄດ້ຄວາມເຫັນດີເຫັນພ້ອມກັບວົງການເຈົ້າໜ້າທີ່ປະເທດນີ້ ເພື່ອແນໃສ່ແກ້ໄຂບັນດາການໂຕ້ຖຽງກັນທີ່ກ່ຽວຂ້ອງເຖິງການຕິດຕາມໂຄງການປະລະມານູຂອງ ປະເທດນີ້. ທ່ານເນັ້ນໜັກວ່າ ເວລາເພື່ອບັນລຸໄດ້ຂໍ້ຕົກລົງກັບອີຣານຍັງເຫຼືອບໍ່ຫຼາຍແລ້ວ. ເຖິງຢ່າງໃດກໍ່ຕາມ, IAEA ຍັງພວມສືບຕໍ່ເຈລະຈາກັບ ອີຣານ ແລະ ຈະບໍ່ປະລະເລື່ອງບັນລຸໄດ້ຄວາມເຂົ້າໃຈໃດໜຶ່ງກ່ຽວກັບປະເທດນີ້.
ກ່ອນໜ້ານັ້ນ, ທ່ານ Grossi ໄດ້ມີການເຈລະຈາກັບວົງການເຈົ້າໜ້າທີ່ ອີຣານ, 1 ອາທິດກ່ອນ ທີ່ດຳເນີນການເຈລະຈາເພື່ອແນໃສ່ຟື້ນຟູຂໍ້ຕົກລົງນິວເຄຼຍປີ 2015 ໄດ້ຮັບການເຊື່ອມຕໍ່. ທ່ານຫວັງວ່າ ສອງຝ່າຍອາດຈະບັນລຸໄດ້ຄວາມກ້າວໜ້າໃນບາງບັນຫາຄືຕິດຕັ້ງກ້ອງຖ່າຍ ຢູ່ຮາກຖານນິວເຄຼຍ TESA Karaj, ຟື້ນຟູກົນໄກຕິດຕາມ ແລະ ກວດກາຂອງ IAEA ຢູ່ ປະເທດນີ້.