ການເຈລະຈາລະຫວ່າງ ຫວຽດນາມ - ມາເລເຊຍ

ການເຈລະຈາລະຫວ່າງ ຫວຽດນາມ - ມາເລເຊຍ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ ລັດຖະມົນຕີ​ວ່າການ ກະຊວງ​ສຶກສາມາ​ເລ​ເຊຍ Mohd Hj. Yassin ແລະ ານ​ຮອງ​ນາຍົກ ລັດຖະມົນຕີຫວຽດນາມຫງວຽນທ້ຽນ​ເຍີນ
(ພາບ: VGP/Từ Lương)

(vovworld) - ທ່ານ​ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ ລັດຖະມົນຕີ​ວ່າການ ກະຊວງ​ສຶກສາມາ​ເລ​ເຊຍ Mohd Hj. Yassin ພວມ​ດຳ​ເນີນ​ການ​ຢ້ຽມຢາມ​ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ . ຕອນ​ເຊົ້າວັນ​ທີ 17/10 , ຢູ່ຮ່າ​​ໂນ້ຍ , ທ່ານ​ລັດຖະມົນຕີ Mohd Hj. Yassin ​ແລະ ທ່ານ​ຮອງ​ນາຍົກ ລັດຖະມົນຕີຫວຽດນາມຫງວຽນທ້ຽນ​ເຍີນ​ໄດ້​ມີ​ການ​ເຈລະຈາ. ທັງ​ສອງ​ຝ່າຍ​ໄດ້​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈກ່ຽວກັບ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ​ແລະ​ດີງາມຂອງ ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ ຫຼາຍດ້ານ​ລະຫວ່າງ ຫວຽດນາມ - ມາ​ເລ​ເຊຍ ; ສອງຝ່າຍ​ໄດ້ເຫັນ​ດີ​ ​ເພິ່ມທະວີ​​ການ​ພົວພັນ​ຮ່ວມ​ມືໃນ​ທຸກຂົງເຂດ​ ​ໃນໄລຍະ​ທີ່​ຈະ​ມາ​ເຖິງ ​ແລະ ກຳນົດ​ບັນດາ​ທິດ​ທາງ​ໃຫຍ່​ເພື່ອແນໃສ່ ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງເຂດລະອຽດ . ສອງ​ຝ່າຍ​ກໍ​ຢືນຢັນ ວ່າ ຈະ​ຊີ້ນຳ​ບັນດາ​ກະຊວງ , ຂະ​ແໜງການ​ຕ່າງໆທີ່​ກ່ຽວຂ້ອງ ດຳ​ເນີນ​ກອງ​ປະ​ຊູ​ມເທື່ອທີ 5 ຄະນະ​ກຳມະການ​ປະສົມ​ລະຫວ່າງ ສອງ​ປະ​ເທດ​ໂດຍ​ໄວ .

ພາຍຫຼັງການ​ເຈລະຈາ , ທ່ານ​ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ ລັດຖະມົນຕີ ວ່າການ​ກະຊວງ​ສຶກສາມາ​ເລ​ເຊຍ Mohd Hj. Yassin ແລະທ່ານລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ​ແລະບຳລູງສ້າງ ຟ້າມຫວູລ້ວນ ພ້ອມ​ກັນ​​ເຊັນ​ບົດ​ບັນທຶກ​ກ່ຽວກັບ​ການ​ຮ່ວມ​ມື​ດ້ານການ​ສຶກສາ​ມະຫາວິທະຍາ​ໄລ , ສ້າງພື້ນຖານ​ທາງດ້ານ​ກົດໝາຍ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ທາງດ້ານການສຶກສາ ລະ​ຫວ່າງ​ສອງ​ປະ​ເທດໃຫ້ແຂງແຮງຍິ່ງຂຶ້ນ .

ຂ່າວ/ບົດ​ອື່ນ