ການເຈລະຈາລະຫວ່າງ ອັງກິດ - ອີຢູ ສືບຕໍ່ຕົກເຂົ້າສູ່ຈົນຕາແຈ

(VOVWORLD) - ບັນດາການເຈລະຈາ “ສຸດທ້າຍ” ໃນວັນທີ 14 ຕຸລາ ລະຫວ່າງ ລອນດອນ ແລະ ບຣຸກແຊນ ກ່ຽວກັບຂໍ້ຕົກລົງ ອັງກິດ ຖອນຕົວອອກຈາກສະຫະພາບ ເອີຣົບ (ອີຢູ) ບໍ່ບັນລຸໄດ້ໝາກຜົນ, ສືບຕໍ່ຖືກຕິດຄ້າງໃນບັນຫາຊາຍແດນລະຫວ່າງ ອຽກລັງ ແລະ ເຂດ ອຽກລັງເໜືອ ທີ່ຂຶ້ນກັບ ອັງກິດ.

ທ່ານ Michel Barnier ຫົວໜ້າຄະນະເຈລະຈາ Brexit ຂອງ ອີຢູ ໃຫ້ຮູ້ວ່າ: ບັນດານັກເຈລະຈາຂອງ ອີຢູ ໄດ້ພົບປະກັບທ່ານ Dominic Raab ລັດຖະມົນຕີຮັບຜິດຊອບ Brexit ແລະ ຄະນະເຈລະຈາ ຂອງ ອັງກິດ ໃນວັນທີ 14 ຕຸລາ. ບັນດາຝ່າຍໄດ້ມີວາລະປຶກສາຫາລືຢ່າງກົງໄປກົງມາ ແລະ ສືບຕໍ່ບໍ່ບັນລຸໄດ້ສຽງເວົ້າລວມໃນບາງບັນຫາຫຼັກແຫຼ່ງຄື: ຫຼີກລ້ຽງຊາຍແດນ “ຂອບແຂງ” ລະຫວ່າງ ອຽກລັງ ແລະ ອຽກລັງເໜືອ, ການເຄື່ອນໄຫວແລກປ່ຽນການຄ້າຂອງ ອຽກລັງເໜືອ…

       ຕາມແຜນການແລ້ວ, ອັງກິດ ຈະຖອນຕົວອອກຈາກ ອີຢູ ໃນວັນທີ 29 ມີນາ 2019. ເຖິງຢ່າງໃດກໍ່ຕາມ ມາຮອດປັດຈຸບັນ, ອັງກິດ ແລະ ອີຢູ ຍັງບໍ່ທັນບັນລຸໄດ້ຂໍ້ຕົກລົງສະບັບໃດໆ ຍ້ອນມີທັດສະນະບໍ່ລົງລອຍກັນໃນບັນຫາຊາຍແດນລະຫວ່າງເຂດດິນແດນ ອຽກລັງເໜືອ ທີ່ຂຶ້ນກັບ ອັງກິດ ແລະ ອຽກລັງ - ປະເທດສະມາຊິກ ອີຢູ ແລະ ບັນຫາການຄ້າລະຫວ່າງ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ