(vovworld) - ວັນທີ 03/04, ການພົບປະທີ່ແກ່ຍາວເປັນເວລາ 9 ຊົ່ວໂມງລະຫວ່າງຜູ້ຕາງໜ້າອາເມລິກາ, ອິດສຣາແອນ ແລະ ປາແລດສຕິນ ໄດ້ສິ້ນສຸດລົງແຕ່ບໍ່ມີສັນຍານໃດສະແດງໃຫ້ເຫັນບັນດາຝ່າຍຈະກັບຄືນສູ່ການເຈລະຈາ ເພື່ອແນໃສ່ຊອກຫາມາດຕະການແກ້ໄຂສະພາບການບໍ່ມີທາງອອກໃນວິວັດທະນາການສັນຕິພາບຢູ່ຕາເວັນອອກກາງ.
ການພົບປະລະຫວ່າງທູດພິເສດອາເມລິກາ ກ່ຽວກັບບັນດາສັນຕິພາບຢູ່ຕາເວັນອອກກາງທ່ານ Martin Indyk ຫົວໜ້າຄະນະເຈລະຈາປາແລດສຕິນ ທ່ານ Saeb Erekat ແລະ ບັນດານັກເຈລະຈາອິດສຣາແອນ ທ່ານ Tzipi Livni ແລະ Zitzhak Molcho ໄດ້ຮັບຖືແມ່ນ “ການສູ້ຮົບດ້ານການເມືອງຢ່າງດຸເດືອດ” ດ້ວຍເລື່ອງເຈົ້າໜ້າທີ່ອາເມລິກາ ຕ້ອງມານະພະຍາຍາມຈົນສຸດຄວາມສາມາດເພື່ອຄວບຄຸມການແລກປ່ຽນທີ່ເຄັ່ງຕຶງລະຫວ່າງ 2 ຝ່າຍ. ທີ່ການພົບປະ, ທ່ານ Erekat ໄດ້ຢ້ຳຄືນທັດສະນະທີ່ຖືວ່າ ບັນດານັກການທູດ ປາແລດສຕິນ ເຂົ້າຮ່ວມການເຈລະຈາໃນນາມເປັນຜູ້ຕ່າງໜ້າລັດປາແລດສຕິນ ແລະ ໄດ້ຮັບການຮັບຮອງຈາກ ສະຫະປະຊາຊາດ, ຫາກບໍ່ແມ່ນຈາງໜ້າອຳນາດການປົກຄອງປາແລດສຕິນ ທີ່ພວມຖືກອິດສຣາແອນ ຄຸ້ມຄອງ. ຕໍ່ໜ້າຄຳຖະແຫຼງຂອງຫົວໜ້າຄະນະເຈລະຈາປາແລດສຕິນ, ບັນດານັກເຈລະຈາອິດສຣາແອນ ໄດ້ກ່າວເຕື່ອນຈະຈັດວາງບັນດາມາດຕະການລົງໂທດ “ຢ່າງຕໍ່ເນື່ອງ” ສຳລັບປາແລດສຕິນ.